ເລີ່ມຕົ້ນຮອບເຈລະຈາຄັ້ງທີ 6 ກ່ຽວກັບສັນຕິພາບ ຊີຣີ ຢູ່ ອັດສະຕານາ

(VOVWORLD) - ຮອບເຈລະຈາຄັ້ງທີ 6 ກ່ຽວກັບສັນຕິພາບ ຊີຣີ ຢູ່ນະຄອນຫລວງ ອັດສະຕານາ ຂອງປະເທດ ກາຊັກສະຖານ ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 14 ກັນຍາ. 
ເລີ່ມຕົ້ນຮອບເຈລະຈາຄັ້ງທີ 6   ກ່ຽວກັບສັນຕິພາບ ຊີຣີ ຢູ່ ອັດສະຕານາ - ảnh 1 ຮອບເຈລະຈາຄ  ກ່ຽວກັບສັນຕິພາບ ຊີຣີ ໃນວັນທີ 10/07 ພາບ: PA/TTXVN)

ໃນມື້ທຳອິດຂອງຮອບເຈລະຈາ, ບັນດາຝ່າຍເຂົ້າຮ່ວມຈະມີບັນດາການປຶກສາຫາລື 2 ຝ່າຍ. ຫລັງຈາກນັ້ນ, ວັນທີ 15 ກັນຍາ, ຄາດວ່າ: ບັນດາຝ່າຍຈະດຳເນີນກອງປະຊຸມຮ່ວມຄົບຄະນະ ແລະ ສິ້ນສຸດກອງປະຊຸມ. ເຂົ້າຮ່ວມຮອບເຈລະຈາຄັ້ງນີ້ ກ່ຽວກັບຝ່າຍ ຊີຣີ, ຄະນະປະຕິບັດງານລັດຖະບານ ຊີຣີ ໂດຍທ່ານ Bashar Jaafari ເອກອັກຄະລັດຖະທູດປະເທດນີ້ ປະຈຳສະຫະປະຊາຊາດນຳໜ້າ, ໃນຂະນະນັ້ນ ຄະນະປະຕິບັດງານຂອງກຳລັງປະກອບອາວຸດຝ່າຍຄ້ານ ຊີຣີ ໂດຍຫົວໜ້າກຸ່ມ “ກອງທັບເສລີ ຊີຣີ” (FSA) Ahmed Berri ນຳໜ້າ.

        ໜຶ່ງໃນບັນດາບັນຫາຕົ້ນຕໍຂອງຮອບເຈລະຈາຄັ້ງທີ 6 ຢູ່ ອັດສະຕານາ ແມ່ນສ້າງຕັ້ງ “ເຂດຫລຸດຜ່ອນຄວາມເຄັ່ງຕຶງ” ຢູ່ແຂວງ Idlib ຂອງ ຊີຣີ. ປັດຈຸບັນ ບັນດາຝ່າຍລ້ວນແຕ່ສະແດງເຈດຕະນາດີ ຈະບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ຽວກັບບັນຫານີ້./.

ຕອບກັບ

ຂ່າວ/ບົດ​ອື່ນ