ຄົນພິການຮຽນວິຊາຊີບ
ພາບປະກອບ:internet
|
(vovworld)- ພິທີເລີ່ມປະຕິບັດໂຄງການ “ຊຸກຍູ້ການເຊື່ອມຕົວຂອງຄົນພິການຢູ່ຫວຽດນາມ” ໂດຍຄະນະເຄື່ອນໄຫວເພື່ອການພັດທະນາການເຊື່ອມຕົວ ແລະ ສະຖານທູດແຟງລັງ ປະຈຳຫວຽດນາມ ສົມທົບກັນຈັດຕັ້ງໃນວັນທີ 16/12 ຢູ່ ແຂວງ ທາຍງວຽນ. ນີ້ແມ່ນໂຄງການ ໂດຍສະຖານທູດ ແຟງລັງ ອຸປະຖຳ ດ້ວຍຈຳນວນເງິນເກືອບ 210.000 ເອີໂຣ ແລະ ໄດ້ຮັບການຜັນຂະຫຍາຍຮອດເດືອນ 11/2017 ຢູ່ ນະຄອນ ທາຍງວຽນ. ກ່າວຄຳເຫັນນະພິທີ, ທ່ານນາງ Annika Kaipola, ທີ່ປຶກສາ ຂອງສະຖານທູດ ແຟງລັງ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ຈະສຸມໃສ່ເຂົ້າໃນການຍົກສູງຄວາມຮັບຮູ້ ແລະ ການສ້າງກຳລັງຄວາມສາມາດໃຫ້ຄົນພິການ, ພິເສດ ແມ່ນແມ່ຍິງພິການຢູ່ ທາຍງວຽນ ເພື່ອໃຫ້ເຂົາເຈົ້າມີໂອກາດໄດ້ສຳພັດກັບການສຶກສາ, ເສດຖະກິດ, ມີວຽກເຮັດງານທຳແບບຍືນຍົງ ແລະ ມີລາຍຮັບເປັນປົກກະຕິ.