ເລີ່​ມຜັນ​ຂະ​ຫຍາ​ຍບັນດາ​ມາດ​ຕະການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ສະພາບ​ການ​ໃໝ່ຢ່າງ​ຂ້ຽວຂາດ

(VOVWORLD) -ທ່ານປະທານຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ຮວິ່ງດຶກເທີ ໄດ້ປະກາດໝູນໃຊ້ມາດຕະການແຍກຕົວສັງຄົມ ແທນທີ່ຈະປະຕິບັດການແຍກຫ່າງໃນສັງຄົມ ຄືໄດ້ຍົກອອກມາໃນວັນທີ 26 ກໍລະກົດ.
ເລີ່​ມຜັນ​ຂະ​ຫຍາ​ຍບັນດາ​ມາດ​ຕະການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ສະພາບ​ການ​ໃໝ່ຢ່າງ​ຂ້ຽວຂາດ - ảnh 1ໂຮງໝໍດ່າໜັງພວມປະຕິບັດການແຍກຕົວ (ພາບ: nld.com.vn)

ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ນໍານະຄອນດ່າໜັງ ໝູນໃຊ້ມາດຕະການແຍກຫ່າງໃນສັງຄົມຕາມຄໍານສັ່ງເລກທີ 19 ອອກວັນທີ 24 ເມສາ 2020 ຂອງນາຍົກລັດຖະມົນຕີ ກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກ້ັນໂລກລະບາດໂຄວິດ - 19 ໃນສະພາບການໃໝ່ຢູ່ລະດັບທ້ອງຖິ່ນມີຄວາມສ່ຽງສູງ. ມາດຕະການດັ່ງກ່າວ ຈະເລີ່ມປະຕິບັດແຕ່ເວລາ 00 ໂມງ 00 ນາທີ ຂອງວັນທີ 28 ກໍລະກົດເປັນຕົ້ນໄປ ແລະແກ່ຍາວຢ່າງໜ້ອຍ 14 ວັນ, ລວມທັງການໃສ່ຜ້າອັດປາກ - ອັດດັງຢູ່ສະຖານທີ່ສາທາລະນະ ແລະ ພາຫະນະສາທາລະນະ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ຮວິ່ງດຶກເທີ ໄດ້ປະກາດໝູນໃຊ້ມາດຕະການແຍກຕົວສັງຄົມ ແທນທີ່ຈະປະຕິບັດການແຍກຫ່າງໃນສັງຄົມ ຄືໄດ້ຍົກອອກມາໃນວັນທີ 26 ກໍລະກົດ.

        ໃນວັນດຽວກັນ, ຫຼາຍແຂວງ, ນະຄອນໃນທົ່ວປະເທດ ໄດ້ຊີ້ນໍາໃຫ້ເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໂດຍໄດ້ສຸມໃສ່ປະຕິບັດບັນດາມາດຕະການໃສ່ຜ້າອັດປາກ - ອັດດັງຢູ່ສະຖານທີ່ສາທາລະນະ, ຈໍາກັດການເຕົ້າໂຮມກັນຫຼາຍຄົນ, ຄວບຄຸມບັນຫາຊາວເຂົ້າເມືອງຢ່າງຜິດກົດໝາຍ.


ຕອບກັບ

ຂ່າວ/ບົດ​ອື່ນ