(vovworld) - ດ້ວຍຫົວຂໍ້ວ່າ “ປຸກລຸກຄວາມສາມາດບົ່ມຊ້ອນ, ພັດທະນາພູມປັນຍາ ແລະ ປ່ຽນໃໝ່ເພື່ອຄວາມວັດທະນາຖາວອນ”, ລາຍການສະເຫຼີມສະຫຼອງ 40 ປີແຫ່ງການພົວພັນຫວຽດນາມ - ອັງກິດ ຖືກຈັດຂຶ້ນໃນຕອນຄໍ່າວັນທີ 10/01, ຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີ, ມີທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ, ທ່ານເອກອັກຄະລັດຖະທູດອັນກິດ ປະຈຳຫວຽດນາມ Antony Stokes. ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ ເລື່ອງເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ - ການລົງທຶນລະຫວ່າງຫວຽດນາມ - ອັງກິດ ກໍຄືການພົວພັນຮ່ວມມືອື່ນໆໃນໄລຍະຈະມາເຖິງ ຈະໄດ້ຮັບການຊຸກຍູ້ຢ່າງແຮງ ແລະ ມີປະສິດທິຜົນຫຼາຍກວ່າອີກໃນໄລຍະຈະມາເຖິງ. ທີ່ເວທີໄປໃສສາກົນ ແລະ ພາກພື້ນຕ່າງໆ, ຫວຽດນາມ ແລະ ອັງກິດ ຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອັງກິດ ເລິກເຊິ່ງຂຶ້ນຕື່ມ.
ທີ່ການປະຊຸມຂ່າວໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດ Antony Stokes ໄດ້ປະກາດບັນດາເຫດການຈະຈັດຂຶ້ນໃນປີສະເຫຼີມສະຫຼອງ 40 ປີແຫ່ງການພົວພັນທາງການທູດລະຫວ່າງລາຊະອານາຈັກອັງກິດ ແລະ ຫວຽດນາມ ເພື່ອມຸ່ງໄປສູ່ຫົວຂໍ້ “ປຸກລຸກຄວາມສາມາດບົ່ມຊ້ອນ, ພັດທະນາພູມປັນຍາ ແລະ ປ່ຽນໃໝ່ເພື່ອຄວາມວັດທະນາຖາວອນ”.
“ເພື່ອປຸກລຸກຄວາມສາມາດບົມຊ້ອນ ພວກເຮົາຈະຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນດ້ານວັດທະນະທຳ. ເພື່ອພັດທະນາດ້ານພູມປັນຍາ ພວກເຮົາຈະສຸມໃສ່ເຂົ້າໃນການນຳໃຊ້ເຕັກໂນໂລຊີ ກໍຄືສ້າງບັນດາຮາກຖານບຳລຸງສ້າງທີ່ບັນລຸມາດຖານສາກົນຢູ່ທັງສອງປະເທດ. ແລະ ເພື່ອປ່ຽນໃໝ່ພວກເຮົາຈະພ້ອມກັນສູ້ຊົນເພື່ອສ້າງພື້ນຖານວັດຖະນາຖາວອນລວມໃຫ້ທັງສອງປະເທດ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ພວກເຮົາສາມາດບັນລຸໄດ້ບັນດາຄາດໝາຍຂອງການພົວພັນຄູ່ຮ່ວມມືຍຸດທະສາດທີ່ກ່ຽວຂ້ອງເຖິງເລື່ອງເພີ່ມວົງເງິນການຄ້າລະຫວ່າງສອງປະເທດຂຶ້ນທົບສອງເທົ່າ ກໍຄືການເພີ່ມທະວີການລົງທຶນຂອງອັງກິດ ເຂົ້າຫວຽດນາມ”.