(vovworld) – ເວທີປາໄສຮ່ວມມືເສດຖະກິດລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືຕາເວັນອອກກາງ - ອາບຟຣີກາເໜືອ ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 4/11 ຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທຳອິດທີ່ເວທີປາໄສມີຂອບຂະໜາດໃຫຍ່ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ເພື່ອແນໃສ່ສ້າງກຳລັງໜູນ ແລະ ບັນດາບາດກ້າວບຸກທະລຸໃໝ່, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ກັບບັນດາປະເທດຕາເວັນອອກກາງ - ອາບຟຣີກາເໜືອພັດທະນາຢ່າງແຮງ ແລະ ມີປະສິດທິຜົນກ່ວາອີກ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ: ຜ່ານຜ່າຄວາມແຕກຕ່າງກັນທາງດ້ານພຸມສາດ, ຫວຽດນາ ແລະ ບັນດາປະເທດຕາເວັນອອກກາງ - ອາບຟຣີກາເໜືອ ໄດ້ມີສາຍພົວພັນຮ່ວມມື ແລະ ນຳ້ໃຈມິດຕະພາບມາແຕ່ດົນນານ, ພ້ອມກັນແບ່ງປັນຄວາມຫວັງມີສັນຕິພາບ - ເອກະລາດ, ອິດສະຫຼະພາບ ແລະ ພັດທະນາ, ພ້ອມກັນຊ່ວຍເຫຼືອກັນໃນການຕໍ່ສູ້ປົດປ່ອຍຊາດເມື່ອກ່ອນນີ້ ກໍ່ຄືໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ້ງ ຊີ້ແຈ້ງວ່າ:
“ສະຕະວັດທີ 21, ດ້ວຍບັນດາຜົນງານທາງດ້ານວິທະຍາສາດ, ການພັດທະນາຢ່າງແຂງແຮງຂອງວິທະຍາສາດ, ເຕັກໂນໂລຢີ, ການເພີ່ມທະວີການຮ່ວມສຳຄັນດ້ານເສດຖະກິດ ລະຫວ່າງບັນດາປະເທດ, ພາກພື້ນ ແລະ ທົ່ວໂລກ ໄດ້ສ້າງກາລະໂອກາດພັດທະນາໃໝ່ທີ່ໃຫຍ່ຫຼວງໃຫ້ແກ່ມວນມະນູດ, ແຕ່ຍັງມີຫຼາຍພາກພື້ນຕ້ອງປະເຊີນໜ້າກັບໄພອຶດຫິວທຸກຍາກ, ການພິພາດກັນ, ປະທະກັນ ແລະ ຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໄພທຳມະຊາດ, ສະພາບມົນລະພິດສິ່ງແວດລ້ອມ, ສະພາບໂລກລະບາດ... ຄວາມຫຍຸ້ງຍາກເຫຼົ່ານັ້ນໄດ້ພາໄປເຖິງການຂາດສະຖຽນລະພາບທາງສັງຄົມຢູ່ບາງປະເທດ. ດັ່ງນັ້ນ, ການເພີ່ມທະວີການຮ່ວມມືດ້ານເສດຖະກິດແມ່ນປັດໄຈສຳຄັນທີ່ສຸດເພື່ອກໍ່ສ້າງ ແລະ ເພີ່ມທະວີຄວາມເຊື່ອໝັ້ນຍຸດທະສາດລະຫວ່າງບັນດາປະເທດ, ປະກອບສ່ວນເຂົ້າໃນຈຸດໝາຍຮ່ວມແມ່ນສັນຕິພາບ, ສະຖຽນລະພາບ ແລະ ມິດຕະພາບ ແລະ ການຮ່ວມມື ແລະ ພັດທະນາແບບຢືນຍົງ.”
ຕີລາຄາຄວາມສາມາດບົ່ມຊ້ອນການຮ່ວມມືກັບ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Algeria ປະຈຳຫວຽດນາມ Cherif Chikhi ຢັ້ງຢືນວ່າ:
“ແຜນການ 5 ປີຂອງ Algeria 2010 – 2014 ແມ່ນຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ, ລວມທັງແຜນການພັດທະນາພື້ນຖານໂຄງລ່າງທັນສະໄໝ. ໂຄງການເສັ້ນທາງຄວາມໄວສູງທີ່ເຊື່ອມຕໍ່ທິດຕາເວັນອອກ - ຕາເວັນຕົກຂອງ Algeria ມີຄວາມຍາວ 1.200 ກມ ຈະກໍ່ສ້າງສຳເລັດໂດຍໄວ ແລະ ປະຈຸບັນ,ມີນັກຊ່ຽວຊານຫວຽດນາມ ຫຼາຍຄົນພວມເຂົ້າຮ່ວມໂຄງການນີ້. ປະຈຸບັນ, ມູນຄ່າແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ Algeria ຍັງຕຳ່ຢູ່, ເຖິງຢ່າງໃດກໍ່ຕາມ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ແລະ ຍົກສູງວົງເງິນການຄ້າ. ຜ່ານເວທີປາໄວນີ້, ຂ້າພະເຈົ້າຖືວ່າອາດຈະສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດ 2 ຝ່າຍ”
ຢູ່ນອກເວທີປາໄສ, ມີການເຄື່ອນໄຫວພົບປະລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ ຫວຽດນາມ ກັບບັນດາຄູ່ຮ່ວມມື ຕາເວັນອອກກາງ - ອາບຟຣີກາເໜືອ.