ເວທີປາໄສ Davos 2018: ອາເມລິກາ ຈະຢັ້ງຢືນນະໂຍບາຍ “ອາເມລິກາເປັນປະເທດໄປກ່ອນ”

(VOVWORLD) -ວັນທີ 25 ມັງກອນ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ໄປເຖິງສະວິດ ເພື່ອເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF) ເຊິ່ງຖືກຈັດຕັ້ງຢູ່ນະຄອນ Davos.

ເວທີປາໄສ Davos 2018: ອາເມລິກາ ຈະຢັ້ງຢືນນະໂຍບາຍ “ອາເມລິກາເປັນປະເທດໄປກ່ອນ” - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: THX/TTXVN)

ໃນ 2 ວັນເຂົ້າຮ່ວມເວທີປາໄສ, ຄາດວ່າ, ທ່ານປະທານາທິບໍດີອາເມລິກາ Donald Trump ຈະມີບົດກ່າວປາໄສຕໍ່ໜ້າບັນດານັກການເມືອງ ແລະ ການນຳວິສາຫະກິດໃຫຍ່ໃນທົ່ວໂລກ. ໃນນັ້ນ, ທ່ານສືບຕໍ່ຢືນຢັນສານທີ່ວ່າ ອາເມລິກາ ຢາກຮັດແໜ້ນການພົວພັນກັບບັນດາພັນທະມິດ ພ້ອມທັງຢາກຮັດແຄບການຂາດດຸນການຄ້າໃນແຕ່ລະປີລະຫວ່າງອາເມລິກາ ແລະ ປະເທດຕ່າງໆ.

        ທ່ານ Gary Cohn, ທີ່ປຶກສາເສດຖະກິດຂັ້ນສູງຂອງທຳນຽບຂາວ, ຜູ້ຮ່ວມເດີນທາງພ້ອມກັບທ່ານປະທານາທິບໍດີ Trump ຢືນຢັນວ່າ “ອາເມລິກາ ເປັນປະເທດໄປກ່ອນ, ຫາກບໍ່ແມ່ນປະເທດຕົກຢູ່ໂດດດຽວ. ເມື່ອອາເມລິກາ ພັດທະນາ, ໂລກກໍ່ພັດທະນາ, ພວກເຮົາພ້ອມກັນພັດທະນາ. ພວກເຮົາແມ່ນພາກສ່ວນໜຶ່ງຂອງການພັດທະນານັ້ນ ແລະ ແມ່ນພາກສ່ວນໜຶ່ງຂອງພື້ນຖານເສດຖະກິດໂລກ ແລະ ທ່ານປະທານາທິບໍດີ Trump ໄດ້ເຊື່ອໝັ້ນຕໍ່ສິ່ງດັ່ງກ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ