ເວທີປາໄສ “ການພົວພັນຫວຽດນາມ - ຢູແກຼນ ໃນໄລຍະໃໝ່”

(VOVWORLD) -ວັນທີ 11 ຕຸລາ, ຢູ່ນະຄອນຫຼວງ ກີແອບ, ສະຖານທູດຫວຽດນາມ ປະຈຳ ຢູແກຼນ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຢູແຫຼນ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດ ຈັດຕັ້ງເວທີປາໄສ “ການພົວພັນຫວຽດນາມ - ຢູແກຼນ ໃນໄລຍະໃໝ່” ສຳເລັດຜົນ.
ເວທີປາໄສ “ການພົວພັນຫວຽດນາມ - ຢູແກຼນ ໃນໄລຍະໃໝ່” - ảnh 1 (ເວທີປາໄສ “ການພົວພັນຫວຽດນາມ - ຢູແກຼນ ໃນໄລຍະໃໝ່”)

ເວທີປາໄສແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານ ແລະ ນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ຢູແກຼນ ກວ່າອີກ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງ 2 ປະເທດມີຄວາມສາມາດບົ່ມຊ້ອນ; ເຊື່ອມຕໍ່ ແລະ ໜູນຊ່ວຍວິສາຫະກິດຫວຽດນາມ ແລະ ຢູແກຼນ ຊອກຫາກາລະໂອກາດໃນການຜະລິດ ແລະ ດຳເນີນທຸລະກິດ.

        ທີ່ເວທີປາໄສ, ບັນດານັກປາຖະກະຖາຂອງຫວຽດນາມ ແລະ ຢູແກຼນ ໄດ້ແຈ້ງໃຫ້ກັນຊາບກັນຂໍ້ມູນຂ່າວສານກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ນະໂຍບາຍດ້ານເສດຖະກິດຂອງແຕ່ລະປະເທດ, ແນະນຳບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນເຊິ່ງ 2 ຝ່າຍມີທ່າແຮງ, ຍົກອອກບັນດາຄວາມຫຍຸ້ງຍາກ, ສິ່ງສະດວກໃນການຮ່ວມມືດຳເນີນທຸລະກິດຂອງວິສາຫະກິດ 2 ປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ