(vovworld) – ເວທີປາໄສ ອາຊີຕາເວັນອອກ (EAF) ຄັ້ງທີ 11 ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ມະນຸດນຳກັນ” ໄດ້ໄຂຂຶ້ນຢູ່ນະຄອນ Kyoto ຂອງ ຍີ່ປຸ່ນໃນວັນທີ 21/8, ດ້ວຍຫົວຂໍ້ຕົ້ນຕໍ່ແມ່ນການຮ່ວມມືດ້ານທ່ອງທ່ຽວລະຫວ່າງ 10 ປະເທດສະມາຊິກ ອາຊຽນ. ເນື້ອໃນຕົ້ນຕໍ່ຂອງກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນນີ້ແມ່ນປຶກສາຫາລືກ່ຽວກັບການຮ່ວມມືດ້ານທ່ອງທ່ຽວລະຫວ່າງບັນດາປະເທດ ອາຊຽນ, ກ່ຽວກັບຄວາມສຳຄັນຂອງການທ່ອງທ່ຽວໃນພາກພື້ນ, ສົ່ງເສີມມະນຸດພົບປະກັນ, ແລກປ່ຽນກ່ຽວກັບວັດທະນະທຳ, ກຳລັງແຮງງານ, ການບໍລິການ ແລະ ບັນດາປັດໄຈຜະລິດອື່ນໆ. ທີ່ກອງປະຊຸມແກ່ຍາວເປັນເວລາ 2 ວັນນີ້, ບັນດາຜູ້ແທນເຂົ້າຮ່ວມຈະແລກປ່ຽນທັດສະນະກ່ຽວກັບການຮ່ວມມືສາກົນສຳລັບການທ່ອງທ່ຽວ ແລະ ການພັດທະນາແບບຍືນຍົງຂອງຂະແໜງທ່ອງທ່ຽວຢູ່ ອາຊີ.