ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 32
(ພາບ: ອິນເຕີແນັດ)
(vovworld) - ໃນລະຫວ່າງວັນທີ 01 – 02/03/2017 ຢູ່ Banda Seri Begawan ປະເທດ ບຣຸໄນ ໄດ້ດຳເນີນເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 32. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ເປັນຫົວໜ້າຄະນະ.
ເວທີປາໄສໄດ້ສຳຫລວດກວດກາບັນດາການເຄື່ອນໄຫວຮ່ວມມື ອາຊຽນ - ຍີ່ປຸ່ນ ໃນໄລຍະຜ່ານມາ, ເນັ້ນໜັກເຖິງເລື່ອງ ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງ ອາຊຽນ ໃນທຸກຂົງເຂດ. ຍີ່ປຸ່ນ ຢືນຢັນວ່າ ຈະສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງຂອງພາກພື້ນພວມໄດ້ເປັນຮູບເປັນຮ່າງ ແລະ ສືບຕໍ່ຖື ອາຊຽນ ແມ່ນບຸລິມະສິດໃຫຍ່ໃນນະໂຍບາຍການຕ່າງປະເທດຂອງ ຍີ່ປຸ່ນ.
ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ແບ່ງປັນການຕີລາຄາກ່ຽວກັບສະພາບທະເລຕາເວັນອອກ, ຢືນຢັນທັດສະນະຂອງ ຫວຽດນາມ ກໍ່ຄືຫຼັກໝັ້ນລວມຂອງບັນດາປະເທດ ອາຊຽນ ຢູ່ບັນດາຖະແຫຼງການມໍ່ໆມານີ້ຂອງ ອາຊຽນ. ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ການນຳໃຊ້ອາວຸດ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວຢ່າງມີປະສິດທິຜົນ.