ເວທີປາໄສ ອາຊຽນ ເປີດກ້ວາງປຶກສາຫາລືບັນດາມາດຕະການເພີ່ມທະວີຄວາມ ສະຫງົບ, ປອດໄພ
(ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງວີງ)
(vovworld)-ວັນທີ 28/8, ເວທີປາໄສ ອາຊຽນ ເປີດກ້ວາງຄັ້ງທີ 3 ຖືກໄຂຂຶ້ນຢູ່ ດ່ານັງ ຢ່າງເປັນທາງການ. ເຂົ້າຮ່ວມເວທີປາໄສຄັ້ງນີ້, ນອກຈາກ 10 ປະເທດສະມາຊິກ ອາຊຽນ ຍັງມີ 8 ປະເທດຄູ່ຮ່ວມມືແມ່ນ: ຈີນ, ຍີ່ປຸນ, ສ.ເກົາຫຼີ, ອີນເດຍ, ອົດຕາລີ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ. ໜຶ່ງໃນບັນດາເນື້ອໃນຕົ້ນຕໍໄດ້ຮັບການປຶກສາຫາລືໃນເວທີປາໄສຄັ້ງນີ້ ແມ່ນບັນຫາຄວາມສະຫງົບ, ປອດໄພ ແລະ ຄວາມເສລີໃນການເດີນທະເລ. ເວທີປາໄສສຸມໃສ່ປຶກສາຫາລືມາດຕະການຢ່າງລະອຽດ ເພື່ອຮັບປະກັນກົດໝາຍສາກົນ. ໃນນັ້ນ, ມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ການຮັບມືກັບໄພທຳມະຊາດ, ຊ່ວຍເຫຼືອມະນຸດສະທຳ, ຮັບມືກັບບັນດາເຫດການທີ່ກ່ຽວຂ້ອງເຖິງຄວາມສະຫງົບ, ປອດໄພຄວາມເສລີໃນການເດີນທະເລ, ວາງອອກບັນດາກົນໄກທີ່ເໝາະສົມ ເພື່ອໃຫ້ບັນດາຝ່າຍພ້ອມກັນປະຕິບັດ, ລະງັບໃຈ ແລະ ພ້ອມກັນປະຕິບັດບັນດາຂໍ້ຕົກລົງສາກົນຄືຖະແຫຼງການ DOC.
ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງວີງ, ຫົວໜ້າ SOM ອາຊຽນ ຫວຽດນາມ, ເນັ້ນໜັກວ່າ: ສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແມ່ນຄວາມເອົາໃຈໃສ່ລວມ. ອາຊຽນປາດຖະໜາບັນດາປະເທດພາຍໃນ ແລະ ນອກພາກພື້ນພ້ອມກັນຮຽງບ່າຮຽງໄຫຼ່ ກັບອາຊຽນ ມານະພະຍາຍາມເພື່ອຈຸດໝາຍລວມນີ້. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງວີງ ໃຫ້ຮູ້ວ່າ:
ຜ່ານການແລກປ່ຽນ, ກອງປະຊຸມເນັ້ນໜັກເຖິງ ການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ໄດ້, ເຮັດແນວໃດຮັບປະກັນຄວາມສະຫງົບປອດໄພຄວາມເສລີໃນການເດີນທະເລ. ກອງປະຊຸມຊີ້ອອກວ່າ ບັນດາຝ່າຍຕ້ອງເຄົາລົບກົດໝາຍສາກົນ, ເຮັດແນວໃດເຄົາລົບສົນທິສັນຍາກົດໝາຍທະເລໃຫ້ໄດ້, ພິເສດເນັ້ນໜັກເຖິງເລື່ອງຮັບປະກັນ ແລະ ປະຕິບັດບັນດາຖະແຫຼງການຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ(DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ເພື່ອບັນລຸໄດ້ປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ(COC)ຢ່າງແທດຈິງ.