(ພາບ: TTXVN )
(vovworld)- ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ “ຊອກຫາໂອກາດລົງທຶນດຳເນີນທຸລະກິດຫວຽດນາມ-UAE“ ຈັດຂຶ້ນໃນຕອນບ່າຍວັນທີ 16/12, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ພວມສຸມໃສ່ຜັນຂະຫຍາຍ 3 ຂອດບຸກທະລຸຄື: ສ້າງລະບອບເສດຖະກິດການຕະຫຼາດສຳເລັດ, ສ້ງພື້ນຖານໂຄງລ່າງທັນສະໄໝ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ, ວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຈົ້າການເຊື່ອມໂຍງເຂົ້າກັບໂລກ ເປີດບັນດາໂອກາດລົງທຶນ ແລະ ດຳເນີນທຸລະກິດໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນຕາເວັນອອກກກາງ ແລະ UAE.
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນສັກຂີພິຍານພິທີລົງນາມສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານ UAE ກ່ຽວກັບບັນດາຖ້ຽວບິນລະຫວ່າງ ແລະ ຜ່ານສອງປະເທດ. ຂໍ້ຕົກລົງສ້າງຕັ້ງຫ້ອງການ ຜູ້ຕາງໜ້າຜູກຂາດການຄ້າຫວຽດນາມ ປະຈຳ UAE, ເຂດຕາເວັນອອກກາງ ແລະ ອາຟິຼກກາເໜືອ ລະຫວ່າງກອງທຶນລົງທຶນ Vault (UAE) ແລະ ຜູ້ຕາງໜ້າບໍລິສັດ Agarvina (ຫວຽດນາມ).
ຕອນຄ່ຳຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສິ້ນສຸດການຢ້ຽມຢາມກາຕາ, UAE ຢ່າງເປັນທາງການຢ່າງຈົບງາມ ແລະ ເຂົ້າຮ່ວມ “ຊຸມວັນຫວຽດນາມ ຢູ່ ກາຕາ, UAE ປີ 2014“./.