ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ ຫວູຮູຍຮ່ວາງ
(ພາບ: Khánh Linh/Vietnam+)
|
(vovworld) – ວັນທີ 1/2, ຢູ່ນະຄອນ Sydney, ປະເທດອົດສະຕາລີ, ໄດ້ຈັດຕັ້ງເວທີປາໄສຮ່ວມມືດ້ານອຸດສາຫະກຳ - ການຄ້າ ລະຫວ່າງ ຫວຽດນາມ - ອົດສະຕາລີ ດ້ວຍຫົວຂໍ້ວ່າ “ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) - ບັນດາກາລະໂອກາດສົ່ງເສີມການຄ້າ ແລະ ການລົງທຶນໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ອົດສະຕາລີ”. ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫວູຮູຍຮ່ວາງ ຖືວ່າ: TPP ສວມບົດບາດສຳຄັນທີ່ສຸດໃນຂອບເຂດການຮ່ວມມືດ້ານການຄ້າລະຫວ່າງ ອົດສະຕາລີ ແລະ ຫວຽດນາມ ຍ້ອນວ່າ TPP ຈະເພີ່ມເຕີມໃຫ້ສັນຍາການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA) ທີ່ພວມປະຕິບັດ, ຊ່ວຍໃຫ້ລະດັບເປີດປະຕູຕະຫຼາດຂອງ 2 ປະເທດນີ້ສຳລັບສິນຄ້າ ຫວຽດນາມ ຈະສູງກ່ວາອີກ. ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ - ການຄ້າ ຫວູຮູຍຮ່ວາງ ຫວັງວ່າ: ເມື່ອ TPP ໃກ້ຈະໄດ້ຮັບການລົງນາມ ແລະ ມີຜົນສັກສິດ, ບັນດາກາລະໂອກາດລົງທຶນ ແລະ ດຳເນີນທຸລະກິດຢູ່ແຕ່ລະປະເທດຈະໄດ້ຮັບການຍົກສູງຂຶ້ນ, ພິເສດໃນຂົງເຂດເຊິ່ງທັງ 2 ຝ່າຍມີທ່າແຮງຄືຢູ່ອົດສະຕາລີ ແມ່ນອຸດສາຫະກຳຂຸດຄົ້ນໂລຫະ, ນຳ້ມັນອາຍແກັດ, ການບໍລິການ… ທ່ີເວທີປາໄສ, ວິສາຫະກິດ 2 ປະເທດປຶກສາຫາລືກ່ຽວກັບຫຼາຍບັນຫາເຊິ່ງທັງ 2 ຝ່າຍຕ່າງມີຄວາມສົນໃຈຄື: ສະພາບແວດລ້ອມແຫ່ງການລົງທຶນຈາກຕ່າງປະເທດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ບັນດາບົດຮຽນ, ກາລະໂອກາດລົງທຶນ ແລະ ທຳມາຫາກິນຢູ່ ຫວຽດນາມ ແລະ ອົດສະຕາລີ.