ເວທີປາໄສຊາວໜຸ່ມອາຊີຊຸກຍູ້ສັນຕິພາບ ແລະ ການພັດທະນາ
(ພາບ: fpt.edu.vn)
(vovworld)- ວັນທີ 31/5, ເວທີປາໄສອາຊີ 2013 ໄດ້ຖືກໄຂຂຶ້ນຢູ່ນະຄອນຫຼວງພະນົງເປັນ ປະເທດກຳປູເຈຍ ຢ່າງເປັນທາງການ. ເວທີປາໄສປີນີ້ຖືກຈັດຂຶ້ນດ້ວຍຫົວເລື່ອງ “ຊາວໜຸ່ມ ແລະ ສັນຕິພາບ: ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຜ່ານການສຶກສາອົບຮົມ” ຊື່ງດຳເນີນໄປໃນວັນທີ 31/5 ແລະ 1/6. ເຂົ້າຮ່ວມເວທີປາໄສມີທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen, ປະທານສະພາຊາວໜຸ່ມອາເຊີ Mohamad Khir Toyo ພ້ອມດ້ວຍຜູ້ຕາງໜ້າຊາວໜຸ່ມມາຈາກ 22 ປະເທດ. ຕາມທ່ານ Hun Many ປະທານສະຫະພັນຊາວໜຸ່ມກຳປູເຈຍ ແລ້ວ, ເວທີປາໄສຈະສຸມໃສ່ແລກປ່ຽນທັດສະນະກ່ຽວກັບການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຜ່ານການສຶກສາອົບຮົມ. ຜູ້ຕາງໜ້າປະເທດຕ່າງໆຈະປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍ, ແບ່ງປັນບົດຮຽນ ແລະ ບັນດາຄຳໝັ້ນສັນຍາໃນການເປັນເຈົ້າການສ້າງວັດທະນະທຳສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.