ເວທີປາໄສນະໂຍບາຍການສຶກສາເອີລົບ-ຫວຽດນາມປີ2014

ເວທີປາໄສນະໂຍບາຍການສຶກສາເອີລົບ-ຫວຽດນາມປີ2014 - ảnh 1
ພ​າບ​ປະ​ກອບ:edu.vn

(vovworld)- ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ ສ​ົມ​ທົບ​ກັບ​ຄະ​ນະ​ຜູ້​ຕາງ​ຫນ້າ​ສະ​ຫະ​ພາບ​ເອີ​ລົບ ປະ​ຈຳ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ນະ​ໂຍ​ບາຍ​ການ​ສຶກ​ສາ ເອີ​ລົບ -ຫວຽດ​ນາມ. ເວ​ທີ​ປາ​ໄສ​ດັ່ງ​ກ່າວ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາເຫດ​ການກ່ຽວ​ກັບ​ງານ​ວາງ​ສະ​ແດງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ເອີ​ລົບ ໄດ້ ແລະ ພວມ​ຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 12- 17/11. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ມີ​ບັນ​ດາ​ຜູ​້​ຊ່ຽວ​ຊານ​ດ້ານ​ການ​ສຶກ​ສາ, ການ​ນຳ​ບັນ​ດາ​ອົງ​ການ​ສຶກ​ສາ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ຈຳ​ນວນ​ຫນຶ່ງ​ຂອງ ເອີ​ລົບ ແລະ ຫວຽດ​ນາມ ພ້ອມ​ກັນ​ປຶກ​ສາ​ຫາ​ລື​ບັນ​ດາ​ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ກໍ​ຄື​ແລກ​ປ່ຽນ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ວິ​ຊາ​ຊີບ​ບຳ​ລຸງ​ສ້າງ, ກາ​ລະ​ໂອ​ກາດ​ຮ່ວມ​ມື​ບຳ​ລຸງ​ສ້າງ​ປະ​ຈຸ​ບັນ ແລະ ໃນ​ອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ