ເວທີປາໄສລັດຖະສະພາອາຊີ - ປາຊີຟິກຄັ້ງທີ 25 ຢູ່ Fiji
ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 25
(ພາບ: THX/TTXVN)
(vovworld) - ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 25 ຖືກໄຂຂຶ້ນໃນວັນທີ 16/01, ຢູ່ນະຄອນຫຼວງ Natadola ຂອງ Fiji, ດ້ວຍເນື້ອໃນຈຸດສຸມແມ່ນການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ. ເວທີປາໄສຖືກດຳເນີນເປັນເວລາ 5 ວັນ, ດ້ວຍການເຂົ້າຮ່ວມຂອງບັນດາຄະນະຜູ້ແທນທີ່ມາຈາກກວ່າ 20 ປະເທດພາກພື້ນອາຊີ - ປາຊີຟິກ ຄື: ອົດສະຕາລີ, ຈີນ, ຍີ່ປຸ່ນ, ເປຣູ, ຟີລິບປີນ, ລັດເຊຍ…
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Voreqe Bainimarama ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ, ເໝາະສົມກັບບັນດາເປົ້າໝາຍພັດທະນາຂອງສະຫະປະຊາຊາດ. ທີ່ເວທີປາໄສນີ້, ບັນດາຝ່າຍອາດສາມາດເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈເລິກເຊິ່ງຂຶ້ນຕື່ມ ແລະ ການຮ່ວມມືປ້ອງກັນຄວາມສະຫງົບກວ່າອີກ ແລະ ຊອກຫາບັນດາມາດຕະການແກ້ໄຂເພື່ອສາມາດປະຢັດເວລາໃນການສະກັດກັ້ນອາດຊະຍາກຳຂ້າມຊາດ…