ເວທີປາໄສວິສາຫະກິດ ຫວຽດນາມຢູ່ເອີລົບ
(ພາບປະກອບ)
(vovworld)- ແຕ່ວັນທີ 23-24/8, ຢູ່ໂຣມ, ປະເທດອີຕາລີ, ໄດ້ຈັດໃຫ້ມີ ເວທີປາໄສວິສາຫະກິດຫວຽດນາມຢູ່ເອີລົບ ຄັງທີ 8 ດ້ວຍຫົວເລື່ອງ “ວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ເອີລົບ, ສະພາບປະຈຸບັນ ແລະ ການກຳນົດພັດທະນາ“ ໂດຍມີການຈົດທະບຽນເຂົ້າຮ່ວມຂອງວິສາຫະກິດກ່ວາ 300 ແຫ່ງ ແລະ ອົງການທູນານຸທູດຫວຽດນາມ ຢູ່ 12 ປະເທດອີລົບ ຊື່ງສະແດງໃຫ້ເຫັນຄວາມດຶງດູດ ແລະ ຜົນສຳເລັດຂອງເວທີປາໄສ. ທີ່ເວທີປາໄສຄັ້ງນີ້, ສະມາຄົມນັກທຸລະກິດຫວຽດນາມ ອາໄສຢູ່ຝະລັ່ງ ຍົກອອກຂໍ້ສະເໜີການຮ່ວມມືລະອຽດຄື: ເປີດຮ້ານຂາຍເສື້ອຍາວຫວຽດນາມ ຢູ່ ເອີລົບຕາເວັນອອກ ຜ່ານເຄືຍຂ່າຍອິນເຕີແນັດ ແລະ ບັນດາວິສາຫະກິດເອີລົບຕາເວັນອອກ ຈະສະໜອງເສື້ອຍາວຈາກຫວຽດນາມ, ຫລັງຈາກນັ້ນຈະແມ່ນບັນດາສິນຄ້າປະເພດອື່ນໆ. ທ່ານຫງວຽນຫາຍນາມ, ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳຝະລັ່ງ ໃຫ້ຮູ້ວ່າ:
“ຕ້ອງດຳເນີນທຸລະກິດຕາມບັນດາຫົວເລື່ອງມຸ່ງໄປເຖິງຫວຽດນາມ. ຕົວຢ່າງຄື: ເຝີຫວຽດນາມ, ຢູ່ເອີລົບຕາເວັນຕົກຍັງບໍ່ທັນມີຮ້ານຂາຍອາຫານຫວຽດນາມຫຼາຍ. ບັນດານັກທຸລະກິດຫວຽດນາມ ຢູ່ຝະລັ່ງ ມີຄວາມຮູ້ດ້ານກົດໝາຍແຕ່ຂາດດ້ານການເງິນ, ຈະຕ້ອງຮ່ວມມືກັບນັກທຸລກິດຢູ່ເອີລົບຕາເວັນຕົກ“./.