ເວທີປາໄສວິສາຫະກິດອາຊຽນ 2012

( vovworld ) - ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ອາ​ຊຽນ 2012 ​ໂດຍ​ສະພາ​ຫ້ອງການ​ການ​ຄ້າ​ໄທ ​ແລະ ສະຫະ​ສະມາຄົມ​ວິຫາ​ຫະກິດ​ໄທ ຫາ​ກໍ​​ຈັດ​ຂື້ນ​ຢູ່​ນະຄອນຫຼວງ​ບາງກອກ ປະ​ເທດ​ໄທ, ​ເພື່ອ​ແນ​ໃສ່​ກະກຽມໃຫ້​ແກ່​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015. ​ເວທີ​ປາ​​ໄສ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ທີ່​ກ່ຽວຂ້ອງ​​ເຖິງ​ການ​ເຊື່ອມ​ໂຍງປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ສະພາບ​ການ​ປະຈຸ​ບັນ​ຂອງ​ອາ​ຊຽນ, ​ບັນດາ​ປັດ​ໃຈ​ສຳຄັນ​ເຊິ່​ງ​ພາ​ໄປ​ເຖິງຜົນ​ສຳ​ເລັດຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ກົດໝາຍ, ພັດທະນາ​ຊັບພະ​ຍາກ​ອນມະນຸດ ​ແລະ ສົມທົບກັນ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ແກ່ງ​ແຍ້​ງຢ່າງ​ໝັ້ນຄົງ. ທ່ານ​ເລຂາທິການ​ໃຫຍ່ Surin Phitsuwan ​ໄດ້​ຖື​ວ່າ ຢາກ​ເຊື່ອມ​ໂຍງ​ກັບ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນຢ່າງ​ຮອບດ້ານ, ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ​​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ສຶກສາ, ຄົ້ນຄວ້າ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຍົກ​ລະດັບ​ຂະ​ແໜງ​ອຸດສາຫະກຳ​ຂອງ​ຕົນ ​ແລະ ​ເພີ່ມ​ທະວີສີມື​ການ​ຊ່າງ​ຂອງ​ຜູ້​ອອກ​ແຮງ​ງານ.
ຂ່າວ/ບົດ​ອື່ນ