ເວທີປາໄສສົ່ງເສີມການຄ້າການລົງທຶນຫວຽດນາມ-ຍີ່ປຸ່ນ

ເວທີປາໄສສົ່ງເສີມການຄ້າການລົງທຶນຫວຽດນາມ-ຍີ່ປຸ່ນ - ảnh 1
ເວທີປາໄສການຄ້າຫວຽດນາມ - ຍີປຸ່ນ
ພາບປະກອບ:internet


(vovworld)- ​​  ມີ​ວິ​ສາ​ຫະກິດ​ຍີ່​ປຸ່ນ ​ແລະ ຫວຽດນາມ ​200 ​ແຫ່ງເຄື່ອນ​ໄຫວ​ໃນ​ຫລາຍຂົງ​ເຂດ​​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ “ສົ່ງ​ເສີມ​ການ​ຄ້າ​ການ​ລົງທຶນ​ຫວຽດນາມ-​ຍີ່ປຸ່ນ ” ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈິ​ມີນ.

 ດ້ວຍ​ຮູບ​ການ​ເຊື່ອມ​ຈອດ​ໂດຍ​ກົງ, ​ເວທີ​ປາ​ໄສ​ໄດ້​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ພົບ​ປະ​ສົນທະນາ, ຊອກ​ຮູ້​ຂໍ້​ມູນ​ຂ່າວ, ຄວາມຕ້ອງການ​ຂອງ​ຕະຫລາດ​ສົ່ງ​ອອກ, ​ເປີດ​ທິດ​ໃຫມ່​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢູ່ ນະຄອນ ​ໂຮ່ຈິ​ມີນ ​ແລະ ບັນດາ​ແຂວງ​​ໃກ້​ຄຽງ​ເຂົ້າ​ຕະຫລາດ ຍີ່​ປຸ່ນ,​ສ້າງ​ກາລະ​ໂອກາດ​ສົ່ງເສີມ​ການ​ລົງທຶນ​ໃຫ້​ແກ່​ທັງ​ສອງ​ຝ່າຍ. ທ່ານ​ນາງ ຟໍນາມ​ເຟື້ອງ, ຜູ້ອຳນວຍການ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

        “​ເວທີ​ປາ​ໄສ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເນື່ອ​ງໃນ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ​ເພື່ອ​ສ້າງ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ. ຜ່ານ​ນັ້ນ ພວ​ກ​ເຮົາ​ມີ​ຄວາມເຂົ້າ​ໃຈ​​ກວ່າບັນດາ​ນະ​ໂຍບາຍ, ທິດ​ທາງ ​ແລະ ບຸລິມະສິດ​ການ​ລົງທຶນ​ໃນ​ອະນາ​ຄົດ​ຂອງ​ຫວຽດນາ​ມສຳລັບ​ຍີ່​ປຸ່ນ​ ​ເພື່ອ​ດຶງ​ດູດ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຍ່ີປຸ່ນ​ຢູ່​ຕະຫລາດ​ຫວຽດນາມ​ນັບ​ມື້​ນັບ​ຫລາຍ​ກວ່າ.”

ຂ່າວ/ບົດ​ອື່ນ