(vovworld) - ຕອນເຊົ້າວັນທີ 23/5, ກະຊວງຍຸຕິທຳໄດ້ຈັດຕັ້ງເວທີປາໄສສົນທະນາຫາລືນະໂຍບາຍ “ສ້າງກົດໝາຍວ່າດ້ວຍສິດທິມະນຸດໃຫ້ສົມບູນແບບ”. ຈຸດປະສົງຂອງເວທີປາໄສເພື່ອແນໃສ່ແບ່ງປັນ, ສະເໜີຂໍ້ມູນຂ່າວສານ ແລະ ແລກປ່ຽນ, ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການສ້າງກົດໝາຍວ່າດ້ວຍສິດທິມະນຸດຢູ່ຫວຽດນາມ ໃຫ້ສົມບູນແບບ. ກ່າວຄຳເຫັນໄຂເວທີປາໄສ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ Hoang The Lien ຊີ້ແຈງວ່າ: ປົກປັກຮັກສາສິດທິມະນຸດ ແມ່ນບັນຫາຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກລັດ ຫວຽດນາມ. ຢູ່ລະດັບຊາດ, ບັນດາສິດທິມະນຸດອັນເປັນພື້ນຖານ ໄດ້ລະບຸໃນລັດຖະທຳມະນູນ, ສ້າງເປັນລະບອບໃນເອກະສານນິຕິກຳຫຼາຍສະບັບ ແລະ ໄດ້ຮັບປະກັນປະຕິບັດໃນສະພາບຕົວຈິງ. ຢູ່ລະດັບສາກົນ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະ ປະຕິບັດຢ່າງເຂັມງວດບັນດາສົນທິສັນຍາສາກົນສຳຄັນທີ່ສຸດກ່ຽວກັບສິດທິມະນຸດທີ່ປະຊາຄົມໂລກໄດ້ຮັບຮູ້ ແລະ ຕີລາຄາສູງ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນ ກ່ຽວກັບບົດບາດຂອງກະຊວງຍຸຕິທຳໃນການສ້າງກົດໝາຍວ່າດ້ວຍສິດທິມະນຸດໃຫ້ສົມບູນແບບ ແລະ ປະຕິບັດບັນດາຂໍ້ສະເໜີແນະ UPR (ແມ່ນບົດລາຍງານລະດັບຊາດຄັ້ງທີ 1 ຕາມກົນໄກສຳຫຼວດກວດກາເປັນປະຈຳໃນທົ່ວໂລກ), ຮັບຟັງບົດລາຍງານຕິດຕາມກວດກາບັນດາຂໍ້ກຳນົດຂອງກົດໝາຍຫວຽດນາມກ່ຽວກັບສິດພົນລະເຮືອນການເມືອງຈຳນວນໜຶ່ງ, ຮັບຟັງບົດລາຍງານການຄົ້ນຄ້ວາ, ຕີລາຄາ ສາຍກ່ຽວພັນລະຫວ່າງກົດໝາຍອາຍາ ແລະ ກົດໝາຍດຳເນີນຄະດີອາຍາ ກັບສົນທິສັນຍາສາກົນກ່ຽວກັບສິດທິມະນຸດເຊິ່ງຫວຽດນາມ ແມ່ນສະມາຊິກ.