ເວທີປາໄສສາກົນກ່ຽວກັບການພັດທະນາອຸດສາຫະກຳຫນູນຊ່ວຍເຕັກໂລໂລຊີສູງ 2013

(vovworld)-​​ ວັນ​ທີ 8/7 ຢູ່​ນະຄອນ​ໂຮ່ຈິ​ມີນ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ​ຫນູນ​ຊ່ວຍ​ເຕັກ​ໂນ​ໂລ​ຊີ​ສູງ-​ນະຄອນ​ໂຮ່ຈິ​ມີນ 2013. ​ເວທີ​ປາ​ໄສ​ດັ່ງກ່າວ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ສາກົນ​ແລະ ຫວຽດນາມ ​ເກືອບ 200 ​ແຫ່ງ, ​ໃນ​ນັ້ນ​ມີ​ນັກ​ປະ​ຖະ​ກະຖາ ​ແລະ ບັນດາ​ຜູ້​ຊ່ຽວຊານ​ມາ​ຈາກ ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຍີ່​ປຸ່ນ, ຈີນ, ​ໄທ, ອິນ​ເດຍ, ສິງກະ​ໂປ. ຈຸດ​ເດ່ັນ​​ໃນ​ເວທີ​ປາ​ໄສ ​ແມ່ນ​ບັນດາ​ບົດ​ລາຍ​ງານ​ ​ແລະ ກາ​ນພົບ​ປະ​ສົນທະນາ​ໂດຍກົງ​ລະຫວ່າງ​ບັນດາ​ນັກ​ຄຸ້ມ​ຄອງ, ຜູ້​ຊ່ຽວຊານ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ສະພາບ​ຄວາມ​ເປັນ​ຈິງ, ນະ​ໂຍບາຍຫນູນ​ຊ່ວຍ ​ແລະ ການ​ກຳນົດ​ທິດ​ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ຫນູນ​ຊ່ວຍ​ເຕັກ​ໂນ​ໂລ​ຊີ​ສູງ​ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ