ເວທີປາໄສສາກົນກ່ຽວກັບເຂດ ອາຊີຕາເວັນອອກສ່ຽງເໜືອປຶກສາຫາລື ກ່ຽວກັບການເຈລະຈາ 6 ຝ່າຍ

ເວທີປາໄສສາກົນກ່ຽວກັບເຂດ ອາຊີຕາເວັນອອກສ່ຽງເໜືອປຶກສາຫາລື ກ່ຽວກັບການເຈລະຈາ 6 ຝ່າຍ - ảnh 1

ຮອບ​ເຈ​ລະຈາ 6 ຝ່າຍ​ຢູ່ Istanbul

(ພາບປະກອບ:vtc.vn)

(TTX)- ວັນ​ທີ 27/9, ຢູ່​ນະຄອນທ່າກຳ​ປັ່ນ​ຕາ​ລຽນ ທາງ​ພາກ​ເໜືອ​ຂອງ​ຈີນ, ບັນດາ​ນັກ​ການ​ທູດ​ຈີນ, ຍີ່ປຸ່ນ ​ແລະ ປະ​ເທດ​ອື່ນໆ​ໄດ້​ເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ການ​ປອດ​ອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ​ໄດ້​ມີ​ການ​ພົບ​ປະ​ທີ່​ເວທີ​ປາ​ໄສ​ຄົ້ນຄ້ວາ​ສາກົນກ່ຽວກັບອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​. ​ເວທີ​ປາ​ໄສ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ໃນ​ສະຖານ​ທີ່​ແຕກ​ຕ່າງ​ກັນ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະ​ເທດ​ຕ່າງໆເຂົ້າຮ່ວມ​ການ​ເຈລະຈາ 6 ຝ່າຍພ້ອມ​ກັນພົບ​ປະ​ເພື່ອ​ປຶກສາ​ຫາລື ​ແຕ່​ບໍ່​ມີ​ສັນຍານ​ໃຫ້​ເຫັນ​ວ່າ​ຈະ​ສາມາດ​ບັນລຸ​ໄດ້​ບາດ​ກ້າ​ວບຸກທະລຸ​ໃນ​ວິວັດທະນາການ​ແຫ່ງ​ການປອດ​ອາວຸດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ພາຍຫຼັງ​ການ​ເຈລະຈາ​ຄັ້ງຕ່າງໆ​ຖືກ​ຢຸດ​ສະ​ງັກນັບ​ແຕ່​ເດືອນ 12/2008. ນີ້​ແມ່ນ​ຄັ້ງທຳ​ອິດ​ໃນ​ຮອບ​ເວລາ 3 ປີຜ່ານມາ, ສປປ ​ເກົາຫຼີ ​ໄດ້​ສົ່ງ​ນັກ​ການ​ທູດ​ຂັ້ນສູງ 2 ທ່ານ​ເຂົ້າຮ່ວມ​ເວທີ​ປາ​ໄສ​ນີ້ ຊື່​ງຈັດ​ຂຶ້ນ​ໃນ​ເວລາ 2 ວັນ​ດ້ວຍ​ການ​ຊ່ວຍ​ໜູນ​ຈາກ​ກຸ່ມ​ຜູ້​ຊ່ຽວຊານ​ທີ່​ປຶກສາ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ