(vovworld) - ຕອນເຊົ້າວັນທີ 09/01, ຢູ່ນະຄອນໂຮ່ຈິມິນ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບອົງການສາກົນໃຊ້ພາສາຝລັ່ງຫວຽດນາມ (OIF) ຈັດເວທີປາໄສ “ຄູ່ຮ່ວມມືພັດທະນາການຮ່ວມມືໃຕ້ - ໃຕ້ ໃນຂົງເຂດຜະລິດຕະພັນກະເສດປຸງແຕ່ງ”. ເວທີປາໄສແມ່ນນອນໃນຂອບເຂດການເຄື່ອນໄຫວວາທີປາໄສລະຫວ່າງຫວຽດນາມ - ອາຟລິກາ 2014, ແມ່ນໂອກາດສະດວກໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ກັບບັນດາຄູ່ຮ່ວມມືອາຟລິກາກາງ ແລະ ອາຟລິກາຕາເວັນຕົກ. ຜ່ານເວທີປາໄສຄັ້ງນີ້, ບັນດາວິສາຫະກິດ 2 ຝ່າຍ ມີກາລະໂອກາດພົບປະ, ແລກປ່ຽນບົດຮຽນ ແລະ ຊອກຫາຄູ່ຮ່ວມມືດຳເນີນທຸລະກິດໃນຂົງເຂດຕ່າງໆຄື: ສົ່ງອອກ, ນຳເຂົ້າ ເຂົ້າສານ, ໃມ້ສຳເລັດຮູບ ແລະ ວັດສະດຸກໍ່ສ້າງ, ການຄ້າທະນາຄານ...
ທີ່ເວທີປາໄສ, ມີບັນດາຄຳເຫັນສັງເກດວ່າ: ອາຟລິກາ ພວມຢູ່ໃນໄລຍະດີທີ່ສຸດຂອງການພັດທະນາເສດຖະກິດ, ຍັງຮັກສາທ່າເຕີບໂຕຢ່າງແຮງ ໃນສະພາບປະສົບກັບຄວາມຫຍຸ້ງຍາກລວມ. ທ່ານ ຫງວຽນງອກທັ໋ງ, ຮອງຫົວໜ້າຄະນະພົວພັນກັບສາກົນ VCCI, ເລຂາທິການໃຫຍ່ເວທີປາໄສ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າໄດ້ຕີລາຄາວ່າ ອາຟລິກາແມ່ນຕະຫຼາດທີ່ມີຄວາມສາມາດບົມຊ້ອນ. ອົງການແຫ່ງລັດຈະໜູນຊ່ວຍບັນດາວິສາຫະກິດທີ່ມີຄວາມຫວັງເຮັດວຽກກັບອາຟລິກາ. ນີ້ກໍ່ແມ່ນກຳນົດທິດຍຸດທະສາດຂອງຫວຽດນາມ. ທາງຝ່າຍ VCCI, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຜ່ານບັນດາເອກະສານທີ່ໄດ້ຮັບການລົງນາມກັບບັນດາປະເທດອາຟລິກາ ໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດຊອກຫາຄູ່ຮ່ວມມືທີ່ເໝາະສົມເພື່ອມີຄວາມສະດວກ ແລະ ມີລັກສະນະນິຕິກຳເມື່ອຊາບຊຶມເຂົ້າຕະຫຼາດດັ່ງກ່າວຢ່າງຕັ້ງໜ້າ”.