ເວທີປາໄສຮ່ວມມືດ້ານສຶກສາ ຫວຽດນາມ - ຍີ່ປຸ່ນ

ເວທີປາໄສຮ່ວມມືດ້ານສຶກສາ ຫວຽດນາມ - ຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢູ່ຍີ່ປຸ່ນ
(ພາບປະກອບ: chinhphu.vn)

(vovworld) -  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ, ທີ່​ໂຕກ​ຽວ, ໜັງສືພິມ Nikkei ​ໄດ້​ສົມທົບ​ກັບ​ສະຖານທູ​ດຫວຽດນາມ ​ແລະ ບາງ​ອົງການ​ຂອງຍີ່ປຸ່ນ ຈັດ​ຕັ້ງ​ຕັ້ງ​ເວທີ​ປາ​ໄສ​ພິ​ເສດກ່ຽວ​ກັບການຮ່ວມ​ມື​ດ້ານ​ສຶກສາ​ຫວຽດນາມ - ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽ​ດນາມ ​ແລະ ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ດີງາມ, ຍີ່ປຸ່ນ​ ​ແມ່ນ​ນັກ​ອຸປະຖຳ, ນັກ​ລົງທຶນ​ອັນ​ດັບ​ໜຶ່ງ​ຢູ່​ຫວຽດນາມ, ປະຈຸ​ບັນ​ມີປະມານ 1.900 ​ໂຄງການ​ລົງທຶນ​ໂດຍ​ກົງ​ເຂົ້າ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 32 ລ້ານ USD, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ ລັດຖະບານ​ຫວຽດນາມ ຕົກລົງ​ນຳພາ​ສາ​ຍີ່ປຸ່ນ ​ເຂົ້າ​ໃນ​ຫຼັກສູດ​ຮຽນ​ສາມັນ , ຮ່ວມ​ມື​ກັບ​ຍີ່​ປຸ່ນ ຍົກ​ລະດັບ​ບາງ​ມະຫາວິທະຍາ​ໄລ​ຂອງ ຫວຽດນາມ ແລະ ມີ​ແຜນການ​ເປີດ​ມະຫາວິ​ທະ​ບາ​ໄລ​ຂອງ​ຍີ່ປຸ່ນ​ຢູ່​ຫວຽດນາມ ​ເພື່ອ​ບຳລຸງ​ສ້າງ​​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. 2 ປະ​ເທດ​ກໍ​ຕົກ​ລົງຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຖື​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ​ລະຫວ່າງ​ຫວຽດນາມ - ຍີ່​ປຸ່ນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໄວ້​​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ.

​ແລະກໍ​ຢູ່​ເວທີ​ປາ​ໄສ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ມະຫາວິທະຍາ​ໄລ​ຂອງ​ຫວຽດນາມ ​ແລະ ຍີ່​ປຸ່ນ ​​ໄດ້​ສະ​ເໜີ​ບົດ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ວິທະຍາສາດ​ເຕັກໂນ​ໂລ​ຊີ.


ຂ່າວ/ບົດ​ອື່ນ