ເວທີປາໄສຮ່ວມມືສາກົນ Aichi – Nagoya ກັບບັນດາປະເທດອາຊຽນ
(ເວທີປາໄສຮ່ວມມືສາກົນ Aichi – Nagoya ກັບບັນດາປະເທດອາຊຽນ)
(vovworld) - ໃນລະຫວ່າງວັນທີ 07 – 08/02, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກ໋ວກເກື່ອງ ພ້ອມກັບຜູ້ຕາງໜ້າບັນດາສະຖານທູດຂຶ້ນກັນອາຊຽນ ໄປຢ້ຽມຢາມແຂວງ Aichi ແລະ ເຂົ້າຮ່ວມເວທີປາໄສຮ່ວມມືສາກົນ Aichi – Nagoya ກັບບັນດາປະເທດອາຊຽນ. ເຂົ້າຮ່ວມເວທີປາໄສມີຜູ້ທນ 150 ທ່ານ, ຕົ້ນຕໍ່ແມ່ນບັນດາວິສາຫະກິດພາກພື້ນຂອງແຂວງ Aichi ແລະ ເຂດ Chubu.
ກ່າວຄຳເຫັນໄຂເວທີປາໄສ, ທ່ານເອກອັກຄະລັດຖະທູດ ຫງວຽນກ໋ວກເກື່ອງ ເນັ້ນໜັກວ່າ, ບັນດາປະເທດອາຊຽນ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ ແລະ ປະຈຸບັນ ຍີ່ປຸ່ນ ແມ່ນຄູ່ດ້ານການຄ້າ ແລະ ລົງທຶນໂດຍກົງໃຫຍ່ອັນກັບ 2 ຂອງອາຊຽນ. ທ່ານເອກອັກຄະລັດຖະທູດ ຫງວຽນກ໋ວກເກື່ອງ ເນັ້ນໜັກເຖິງບັນດາຄວາມສາມາດບົມຊ້ອນ ແລະ ທ່າແຮງຂອງຫວຽດນາມ ເຊິ່ງໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ນັ້ນແມ່ນຄວາມສະຖຽນລະພາບດ້ານການເມືອງ, ເສດຖະກິດ, ສັງຄົມ… ພິເສດ, ບັນດາຜູ້ແທນເອົາໃຈໃສ່ທີ່ສຸດ ແລະ ເຫັນດີເຫັນພ້ອມຕໍ່ບັນດາຄວາມຕັດສິນໃຈຢ່າງແຮງຂອງພັກ ແລະ ລັດຫວຽດນາມ ໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ນັບມື້ນັບປອດໄສ ແລະ ສະດວກສະບາຍຢູ່ຫວຽດນາມ, ໂດຍສະເພາະແມ່ນຄວາມມານະພະຍາຍາມສ້າງລັດຖະບານຊັດຊື່ບໍລິສຸດ, ສ້າງສັນ, ກະທຳ ແລະ ຮັບໃຊ້ປະຊາຊົນ, ຮັບໃຊ້ວິສາຫະກິດ.