ດຣ Pratibha Mehta, ຜູ້ປະສານງານຂອງ ສປຊ
ປະຈຳຫວຽດນາມ
ພາບ:vietnamplus.vn
|
(vovworld)-ນີ້ແມ່ນຄຳຢືນຢັນຂອງ ດຣ Pratibha Mehta, ຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ອນທີ່ດຳເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ ຄັ້ງທີ 132(IPU 132) ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 28/3-1/4/2015. ດຣ Pratibha Mehta ໃຫ້ຮູ້ວ່າ: IPU 132 ຈະນຳມາເຊິ່ງກາລະໂອກາດໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບບົດບາດຂອງເຂົາເຈົ້າໃນການຊຸກຍູ້ບັນດາຄວາມມານະພະຍາຍາມສ້າງ ແລະ ພັດທະນາບັນດາຈຸດໝາຍພັດທະນາແບບຍືນຍົງ. ກ່ຽວຂ້ອງເຖິງຫົວເລື່ອງຂອງ IPU 132, ດຣ Pratibha Mehta ຖືວ່າ: ສິ່ງທຳອິດ ແລະ ສຳຄັນທີ່ສຸດເພື່ອປະຕິບັດປະສິດທິຜົນບັນດາຈຸດໝາຍພັດທະນາແບບຍືນຍົງ ນັ້ນແມ່ນການເຂົ້າຮ່ວມຢ່າງຕັ້ງຫນ້າກວ່າອີກຂອງບັນດາສະມາຊິກສະພາແຫ່ງຊາດໃນການວາງແຜນນະໂຍບາຍ, ພິເສດ ແມ່ນຢູ່ຂັ້ນຍຸດທະສາດ. ບັນດາລັດຖະສະພາຄວນມີບົດບາດສຳຄັນໃນການຊຸກຍູ້ການພົວພັນຄູ່ຮ່ວມມື, ບໍ່ພຽງແຕ່ຢູ່ບັນດາປະເທດ ແລະ ລະຫວ່າງບັນດາປະເທດ, ບັນດາກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນເທົ່ານັ້ນ ຫາກຢູ່ນອກລັດຖະສະພາຄື: ບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ ແລະ ພາກເອກະຊົນ.