ເວທີປາໄສເສດຖະກິດ ຫວຽດນາມ - ຍີ່ປຸ່ນ ປີ 2015
(ພາບ: vtv.vn)
(vovworld) – ຕອນເຊົ້າວັນ 14/10 ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ຈັດຕັ້ງເວທີປາໄສເສດຖະກິດ ຫວຽດນາມ - ຍີ່ປຸ່ນ ປີ 2015. ເປົ້າໝາຍຂອງເວທີປາໄສແມ່ນຕີລາຄາກ່ຽວກັບສະພາບການປະຈຸບັນ, ສະເໜີບັນດາມາດຕະການເພີ່ມທະວີການພົວພັນລົງທຶນ ແລະ ການຄ້າລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ປຶກສາຫາລືບັນດາບັນຫານະໂຍບາຍ ແລະ ສະເໜີບັນດາກຳນົດທິດ ເພີ່ມທະວີການພົວພັນຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈູງຫາຍ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ຮ່ວມມືກັບລັດຖະບານ ແລະ ບັນດາວິສາຫະກິດ ຍີ່ປຸ່ນ ຢ່າງແໜ້ນແຟ້ນ ໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງ ເພື່ອໃຫ້ ຫວຽດນາມ ສືບຕໍ່ເປັນສະຖານທີ່ີດຶງດູດການລົງທຶນ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ປະຊາຄົມວິສາຫະກິດ ຍີ່ປຸ່ນ ສືບຕໍ່ເອົາໃຈໃສ່, ເປີດກ້ວາງການລົງທຶນເຂົ້າສູ່ ຫວຽດນາມ.