ເວັບໄຊອອກວີຊາ ທຳອິດຂອງຫວຽດນາມ


ເວັບໄຊອອກວີຊາ ທຳອິດຂອງຫວຽດນາມ - ảnh 1

 ພິທີ​ເປີດ​ສະຫຼອງ,ນຳ​ໃຊ້​ສອງ​ລະບົບ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ

(ພາບ: .baomoi.com)

 (vovworld)- ຕອນ​ເຊົ້າວັນ​ທີ 14/3,  ຢູ່ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ທະນາຄານ​ໂລກ​ໄດ້​ຈັດ​ພິທີ​ເປີດ​ສະຫຼອງ ​ແລະ ນຳ​ໃຊ້​ສອງ​ລະບົບ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ກະຊວງ​ການ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນ ຕີຟ້າມບິງ​ມິ​ງ ຢືນຢັນ​ວ່າ: ​ໂຄງການ​ພັດທະນາເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ຢູ່​ຫວຽດນາມ ​ແມ່ນ​ໂຄງການ​ສຳຄັນ​ໃນ​ການ​ສ້າງ​ພື້ນຖານ ​ແລ​ະ ສະພາບ​ແວດ​ລ້ອມ​​ອຳນວຍ​ຄວາມ​ສະດວກ​ເພື່ອ​ຜັນ​ຂະຫຍາຍ​ລັດຖະບານ​ເ​ອ​ເລັກ​ໂຕ​ນິກຢູ່​ຫວຽດນາມ:

   “​ເລື່ອງຫວຽດນາມ ມີ​ເວັບ​ໄຊ​ທາງ​ການ​ເປັນຄັ້ງທຳ​ອິດ ​ເພື່ອ​ໃຫ້​ຊາວ​ຕ່າງປະ​ເທດ​ກໍ່​ຄື​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າອ່ານ, ຊອກ​ຮູ້​ຂໍ້​ມູນ​ຂ່າວ​ກ່ຽວຂ້ອງ​ເຖິງການ​ຂໍ​ວີ​ຊາ​ເຂົ້າຫວຽດນາມ, ​ແຈ້ງ​ໜັງສື​ໂດຍ​ກົງຜ່ານ​ເຄືອ​ຄ່າ​ຍອິນ​ເຕີເນັດ​ແມ່ນ​ພະຍານ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ກະຊວງ ​ໃນ​ການ​ເພີ່ມ​ທະວີ​ວຽກ​ງານ​ຊີ້​ນຳ, ບໍລິຫານ, ປັບປຸງ​ຕາມ​ທິດ​ຫັນ​ເປັນທັນ​ສະ​ໄໝ, ຍູ້​ແຮງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ທຸກໆ​ຂົງ​ເຂດ​ຄຸ້ມ​ຄອງຂອງ​ຂະ​ແໜງ“./.

ຂ່າວ/ບົດ​ອື່ນ