(VOVWORLD) - ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຮຽກຮ້ອງບັນດາສະມາຊິກຄະນະລັດຖະບານທຸກຄົນ ມອບຖານະຕຳແໜ່ງຄືນ ເພື່ອອາດຈະປະຕິບັດການສ້າງໂຄງປະກອບຄືນໃໝ່ໃຫ້ເລິກເຊິ່ງ
ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro (ພາບ: AFP/TTXVN) |
ວັນທີ 17 ມີນາ, ລັດຖະບານ ເວເນຊູເອລາ ໄດ້ປະກາດວ່າ ໄລຍະຈະມາເຖິງຈະປະຕິບັດແຜນການສ້າງໂຄງປະກອບຄະນະລັດຖະບານຄືນໃໝ່ໃຫ້ເລິກເຊິ່ງ ເພື່ອສ້າງ “ກຳແພງ” ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນ ໃນສະພາວະບັນດາກຳລັງປໍລະປັກຢູ່ພາຍໃນ ແລະ ຕ່າງປະເທດພວມຊອກຫາທຸກວິທີທາງເພື່ອທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ໂຄ່ນລົ້ມອຳນາດການປົກຄອງການປະຕິວັດ Bolivar.
ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ຮຽກຮ້ອງບັນດາສະມາຊິກຄະນະລັດຖະບານທຸກຄົນ ມອບຖານະຕຳແໜ່ງຄືນ ເພື່ອອາດຈະປະຕິບັດການສ້າງໂຄງປະກອບຄືນໃໝ່ໃຫ້ເລິກເຊິ່ງກ່ຽວກັບວິທີການ ແລະ ການເຄື່ອນໄຫວຂອງອຳນາດການປົກຄອງການປະຕິວັດ ແນໃສ່ຮັບມືຕໍ່ໄພນາບຂູ່ທັງໝົດ.
ປັດຈຸບັນ, ເວເນຊູເອລາ ມີລັດຖະມົນຕີ 32 ຄົນ, ໃນນັ້ນ ມີ 9 ຄົນເປັນນາຍທະຫານໃນກອງທັບຮັບຜິດຊອບບັນດາກະຊວງຫຼັກແຫຼ່ງຄື: ກະຊວງປ້ອງກັນປະເທດ, ກະຊວງພາຍໃນ, ກະຊວງກະສິກຳ ແລະ ສະບຽງອາຫານ, ກະຊວງນ້ຳມັນອາຍແກັດ.