ເສດຖະກິດ ຫວຽດນາມ ມີຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດແລະເຕັມໄປດ້ວຍພະລັງຊີວິດ

(VOVWORLD) -, ບຸນເຕັດແມ່ນວັນບຸນປະເພນີທີ່ເປັນມູນເຊື້ອຂອງປະຊາຊົນ ຫວຽດນາມ ກໍ່ຄືປະຊາຊົນຈີນ ແລະຮີດຄອງປະເພນີຕ້ອນຮັບບຸນເຕັດຂອງປະຊາຊົນສອງປະເທດແມ່ນຄ້າຍຄືກັນ
ເສດຖະກິດ ຫວຽດນາມ ມີຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດແລະເຕັມໄປດ້ວຍພະລັງຊີວິດ - ảnh 1ທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ ຂ່າວສານຫວຽດນາມ ເນື່ອງໃນໂອກາດປີໃຫມ່.(ພາບ: TTXVN)

ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຊຸງປົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ໃນການຕອບສຳພາດນັກຂ່າວເນື່ອງໃນໂອກາດປີໃຫມ່ 2023. ທ່ານເອກອັກຄະລັດຖະທູດຈີນ ຕີລາຄາສູງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ -ຈີນ ແລະ ແງ່ຫວັງການຮ່ວມມືລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດຈີນ ແບ່ງປັນວ່າ: “ພວກເຮົາແມ່ນເພື່ອນສະຫາຍພ້ອມກັນກ້າວເດີນຕາມເສັ້ນທາງດຽວແລະກໍ່ແມ່ນອ້າຍນ້ອງສະຫນິດສະຫນົມ”. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ບຸນເຕັດແມ່ນວັນບຸນປະເພນີທີ່ເປັນມູນເຊື້ອຂອງປະຊາຊົນ ຫວຽດນາມ ກໍ່ຄືປະຊາຊົນຈີນ ແລະຮີດຄອງປະເພນີຕ້ອນຮັບບຸນເຕັດຂອງປະຊາຊົນສອງປະເທດແມ່ນຄ້າຍຄືກັນ, ປະກອບສ່ວນສ້າງພື້ນຖານວັດທະນະທຳຝ່າຍຕາເວັນອອກ. ເມື່ອເຕື້ອງເຖິງໝາກຜົນຟື້ນຟູເສດຖະກິດຂອງຫວຽດນາມໃນປີ 2022, ທ່ານເອກອັກຄະລັດຖະທູດ ຕີລາຄາສູງລະດັບເຕີບໂຕ GDP ກວ່າ 8% ຂອງຫວຽດນາມ ແລະ ຖືວ່າ ນີ້ແມ່ນລະດັບສູງກວ່າໝູ່ໃນພາກພື້ນ ແລະໂລກ. ທ່ານໃຫ້ຂໍ້ສັງເກດວ່າ: ເສດຖະກິດຫວຽດນາມ ມີຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດ ພ້ອມກັບການເຄື່ອນໄຫວເສດຖະກິດການຕ່າງປະເທດຢ່າງສະດວກ, ດ້ວຍວົງເງິນການຄ້າບັນລຸກວ່າ 700 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ