ເສດ​ຖະ​ກິດ ຫວຽດ​ນາມ ເຕີບ​ໂຕ​ເປັນ​ປົກ​ກ​ະ​ຕິ

(VOVWORLD) - ຕາມຂໍ້ມູນກ່ຽວກັບເສດຖະກິດໃນເດືອນ ພະຈິກ ແລະ 11 ເດືອນຕົ້ນປີ 2022 ໂດຍກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ປະກາດໃນວັນທີ 29 ພະຈິກ, ເສດຖະກິດ ຫວຽດນາມ ພວມເຕີບໂຕເປັນປົກກະຕິ ພ້ອມທັງມີແງ່ຫວັງພັດທະນາທີ່ໜ້າປະເອີບໃຈໃນໄລຍະຈະມາເຖິງ.

ການສົ່ງອອກໃນເດືອນ ພະຈິກ ບັນລຸກວ່າ 29 ຕື້ USD, ການນຳເຂົ້າຄາດວ່າບັນລຸ 28,4 ຕື້ USD. ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນ 23% ເມື່ອທຽບໃສ່ເດືອນຕຸລາ… ເຊິ່ງຊີ້ໃຫ້ເຫັນວ່າ ເສດຖະກິດ ຫວຽດນາມ ຮັກສາໄດ້ຈັ່ງຫວະການເຕີບໂຕເປັນປົກກະຕິ, ໃນສະພາບການທີ່ເສດຖະກິດ ສາກົນມີການຜັນແປຫຼາຍຢ່າງ. ນັກຊ່ຽວຊານດ້ານເສດຖະກິດ, ປອ. ເລຢຸຍບິ່ງ, ຜູ້ອຳນວຍການບໍລິຫານສູນຄົ້ນຄວ້າເສດຖະກິດ Economica ຫວຽດນາມ ຢັ້ງຢືນວ່າ ບັນດານັກລົງທຶນພວມມີກຳລັງໜູນຕື່ມອີກເມື່ອມາລົງທຶນຢູ່ ຫວຽດນາມ.

        “ຄວາມເຊື່ອໝັ້ນຂອງບັນດານັກລົງທຶນ, ຄວາມເຊື່ອໝັ້ນຂອງວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດທີ່ມີຕໍ່ພື້ນຖານເສດຖະກິດ ຫວຽດນາມ ແມ່ນຕ້ອງໄດ້ປັບປຸງຕື່ມອີກ. ມີວິສາຫະກິດປະມານ 12.000 ແຫ່ງ ໄດ້ສ້າງຕັ້ງໃໝ່, ແຫຼ່ງລົງທຶນຈາກຕ່າງປະເທດສືບຕໍ່ຫຼັ່ງໄຫຼມາ ຫວຽດນາມ ດ້ວຍທຶນຈົດທະບຽນປະມານ 25 ຕື້ USD ໄລ່ຮອດທ້າຍເດືອນ 11.  ຍອດມູນຄ່າຂາຍຍ່ອຍ ຍັງຄົງເພີ່ມຂຶ້ນປະມານ 2% ເມື່ອທຽບໃສ່ເດືອນ ຕຸລາ. ຂ້າພະເຈົ້າຄິດວ່າ ບັນດາຂໍ້ມູນດັ່ງກ່າວ ແມ່ນຈຳເປັນທີ່ສຸດສຳລັບພື້ນຖານເສດຖະກິດເວົ້າລວມ ແລະ ພິເສດແມ່ນສຳລັບບັນດານັກລົງທຶນໃນຕະຫຼາດພັນທະບັດ, ຕະຫຼາດຫຼັກຊັບໃນສະພາບການປັດຈຸບັນ”.


ຕອບກັບ

ຂ່າວ/ບົດ​ອື່ນ