ເສດຖະກິດຂອງນະຄອນໂຮ່ຈິມິນ ສືບຕໍ່ເຕີບໂຕ ຢ່າງໝັ້ນຄົງ

ເສດຖະກິດຂອງນະຄອນໂຮ່ຈິມິນ ສືບຕໍ່ເຕີບໂຕ ຢ່າງໝັ້ນຄົງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອ​ນ​ໂຮ່ຈິ​ມິນ
(ພາບ: VGP)


(vovworld) – ​​​ຕອນ​ເຊົ້າ​ວັນ​ທີ 27/05, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອ​ນ​ໂຮ່ຈິ​ມິນ ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ ​ໃນ 5 ​ເດືອນ​ຕົ້ນ​ປີ ​ແລະ ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ສະພາ​ບ​ເສດຖະກິດ​ສັງຄົມ​ຂອງ​ນະຄອນ​ໂຮ່ຈິ​ມິນ ສືບ​ຕໍ່​ໝັ້ນຄົງ, ​ເສດຖະກິດ​ເຕີບ​ໂຕ​ເປັນ​ຢ່າງ​ດີ, ລາຍ​ຮັບ​ງົບປະມານ​ບັນລຸ 46% ຂອງ​ແຜນການ​ປີ, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ເກືອບ 2,8 ລ້ານ USD ​ເພີ່ມ​ຂຶ້ນ​ເກືອບ 21% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ການ​ດຶງ​ດູດ​ທຶນ​ຈາກ​ຕ່າງປະ​ເທດບັນລຸ 739 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 4 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ​ມີລັດວິ​ສາ​ຫະກິດ 79 ​ແຫ່ງ​ໄດ້​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ ​ໃນ​ປີ 2014 – 2015 ຈະ​​ຫັນລັດ​ວິ​ສາ​ຫະກິດ​ເຕີ່​ມອີກ​ 30 ​ແຫ່ງ​ເປັນ​ຫຸ້ນ​ສ່ວນ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​ສະພາບ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຂອງ​ນະຄອນ, ພ້ອມ​ທັງ​ສະ​ເໜີ​ເຮັດ​ແຈ້ງ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ 30 ​ແຫ່ງທີ່​ຈະຫັນ​ເປັນ​ຫຸ້ນ​ສ່ວນ ​ໃນ​ໄລຍະ​ປີ 2014 – 2015 ​ແລະ ທິດທາງແກ້​ໄຂ​ຂອງ​ນະຄອນ ​ເພື່ອ​ພ້ອມ​ກັບ​ສູນ​ກາງ​ແກ້​ໄຂ​ ​ແນ​ໃສ່​ປະຕິບັດ​ສຳ​ເລັດໄດ້​ຈຸດໝາຍ​ທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ