(vovworld) – ວັນທີ 06/03, ທ່ານລັດຖະມົນຕີວ່າການກະຊວງການເງິນເຢຍລະມັນ Wolfgang Schaeuble ຖືວ່າ, ການປ່ອນບັດເພື່ອໃຫ້ອັງກິດ ລາອອກຈາກສະຫະພາບເອີລົບ (ອີຢູ) ຈະສົ່ງຜົນເສຍຫາຍໃຫ້ແກ່ພື້ນຖານເສດຖະກິດອັງກິດ, ເອີລົບ ກໍຄືທົ່ວໂລກ. ເມື່ອຕອບສຳພາດຕໍ່ວິທະຍຸ BBC, ເຈົ້າໜ້າທີ່ດັ່ງກ່າວໄດ້ເນັ້ນໜັກວ່າ: ບັນດາປະເທດຈະຕ້ອງປະເຊີນໜ້າກັບການເຈລະຈາຫຍຸ້ງຍາກທີ່ສຸດທີ່ແກ່ຍາວເປັນເວລາຫຼາຍປີ, ສິ່ງດັ່ງກ່າວກໍແມ່ນຄວາມຫຍຸ້ງຍາກທີ່ໃຫຍ່ຫຼວງທີ່ສຸດສຳລັບອີຢູ. ທ່ານ Schaeuble ໄດ້ກ່າວເຕືອນສະພາບບໍ່ແນວແນ່ທີ່ແກ່ຍາວຄືແນວນັ້ນຈະທຳລາຍບໍ່ພຽງແຕ່ເສດຖະກິດຂອງອັງກິດ, ເອີລົບເທົ່ານັ້ນ, ຫາກນັບທັງຖະກິດທົ່ວໂລກອີກດ້ວຍ. ຕາມທ່ານ Schaeuble ແລ້ວ, ເຖິງວ່າອັງກິດ ອາດຈະພົວພັນແລກປ່ຽນດ້ານການຄ້າກັບອີຢູ ພາຍຫຼັງອອກຈາກກຸ່ມກໍຕາມ, ແຕ່ຈະບໍ່ມີທ່າແຮງເມື່ອເຂົ້າເປັນສະມາຊິກຕະຫຼາດລວມຂອງກຸ່ມ, ຖ້າຫາກບໍ່ຍອມໃຫ້ພົນລະເມືຶອງຂອງກຸ່ມໄປມາຢ່າງເສລີ ຫຼື ປະກອບເຂົ້າງົບປະມານຂອງອີຢູ. ເຖິງຍ້ອມຮັບວ່າເລື່ອງອັງກິດອອກຈາກ ອີຢູ ຈະເຮັດໃຫ້ອີຢູ ອ່ອນເພຍລົງ, ແຕ່ທ່ານ Schaeuble ກໍຢືນຢັນວ່າ, ອີຢູ “ຍົງຄົງຕົວຢູ່”.