ເສດຖະກິດຫວຽດນາມພັດທະນາຢ່າງສະໝຳ່ສະເໝີໃນທຸກຂົງເຂດ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 27/11, ຢູ່່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫງວຽນວັນເນັນ ໄດ້ເປັນປະທານການປະຊຸມຂ່າວປະຈຳເດືອນ 11/2015. ທ່ານລັດຖະມົນຕີ ຫງວຽນວັນເນັນ ໃຫ້ຮູ້ວ່າ ກອງປະຊຸມປະຈຳເດືອນຂອງລັດຖະບານ ຖືກດຳເນີນໃນວັນດຽວກັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ໄດ້ຕີລາຄາສະພາບເສດຖະກິດ, ສັງຄົມໃນເດືອນ 11 ແລະ 11 ເດືອນພວມພັດທະນາຢ່າງສະໝ່ຳສະເໝີໃນທຸກຂົງເຂດ. ປີ 2015, ອັດຕາເຕີບໂຕ GDP ຂອງຫວຽດນາມ ບັນລຸກວ່າ 6,5%. ໄພເງິນເຟີ້ປີ 2015 ຢູ່ໃນລະດັບຕ່ຳ ຍ້ອນລາຄາສິນຄ້າຂອງໂລກຫຼຸດລົງ. ໃນໄລຍະຈະມາເຖິງ, ທະນາຄານແຫ່ງລັດຫວຽດນາມ ຈະສືບຕໍ່ຕິດຕາມການຜັນແປດ້ານເສດຖະກິດມະຫາພາກ, ເງິນຕາພາຍໃນປະເທດ ແລະ ຕ່າງປະເທດ ເພື່ອມີບັນດາການບໍລິຫານໃຫ້ເໝາະສົມ.