ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃນສະພາບການໃໝ່
ການໂອ້ລົມສົນທະນາດ້ວຍຫົວຂໍ້ “ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃນສະພາບການໃໝ່”
(ພາບ: Phương Hoa/TTXVN)
(vovworld) – ຕອນເຊົ້າວັນທີ 15/9, ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ໜັງສືພິມ ເຍີນເຢີນ - ສຽງຂອງພັກກອມມູນິດ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃນສະພາບການໃໝ່”. ບັນດາບົດທາບທາມຄວາມເຫັນອີກເທື່ອໜຶ່ງໄດ້ຢັ້ງຢືນວ່າ ມະຫາສາມັກຄີທົ່ວປວງຊົນແມ່ນມູນເຊື້ອອັນລ້ຳຄ່າຂອງພັກ ແລະ ປະຊາຊົນທີ່ໄດ້ສືບທອດໃຫ້ຊາວ ຫວຽດນາມ ຫຼາຍລຸ້ນຄົນ. ລະບົບແນວໂຮມ ແລະ ບັນດາອົງການສະມາຊິກໄດ້ຜັນຂະຫຍາຍບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຄັ້ງຕ່າງໆທີ່ມີຄວາມໝາຍແທດຈິງ, ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກປະຊາຊົນທຸກຊັ້ນວັນນະ. ທ່ານ ເຈີ່ນເຮົ້າ, ອະດີດຫົວໜ້າບັນນາທິການວາລະສານແນວໂຮມ, ຖືວ່າ:
“ດ້ວຍບັນດາວຽກງານລະອຽດຂອງແນວໂຮມປະເທດຊາດ ອາດຈະປະກອບສ່ວນເພີ່ມທະວີຄວາມສາມັກຄີທົ່ວປວງຊົນໃນສະພາບການໃໝ່ຕ້ອງໄດ້ຮັບການຕິດຕາມກວດກາໃນທຸກດ້ານ. ຕ້ອງປ່ຽນໃໝ່ສະຕິຄວາມຮັບຮູ້ກ່ຽວກັບທີ່ຕັ້ງບົດບາດຂອງແນວໂຮມປະເທດຊາດໃນປະຈຸບັນ, ແນວໂຮມປະເທດຊາດ ຫວຽດນາມ ບໍ່ພຽງແຕ່ແມ່ນອົງການໂຄສະນາ, ເຜີຍແຜ່, ຂົນຂວາຍຂະບວນການເທົ່ານັ້ນ ຫາກຍັງຕ້ອງເຂົ້າຮ່ວມການຕິດຕາມກວດກາສັງຄົມ, ບົດບາດຕົ້ນຕໍ່ແມ່ນດ້ວຍການສັງເກດຕີລາຄາສັງຄົມເພື່ອຈຸດໝາຍລວມຂອງຊາດ.”