ເສີມຂະຫຍາຍກຳລັງແຮງຂອງຖັນແຖວນັກປັນຍາຊົນຫວຽດນາມ ໃນຍຸກປະຈຸບັນ
(ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູງກາງ
ແນວໂຮມປະເທດຊາດຫວຽດນາມ)
(vovworld) – ເສີມຂະຫຍາຍກຳລັງແຮງຂອງຖັນແຖວນັກປັນຍາຊົນຫວຽດນາມ ໃນຍຸກສະໄໝປະຈຸບັນ, ນີ້ແມ່ນຫົວຂໍ້ຂອງການເຈລະຈາໂດຍຖ່າຍຖອດສົດທາງວິທະຍຸກະຈາຍສຽງຫວຽດນາມ ໃນຕອນເຊົ້າວັນທີ 20/09, ຊຶ່ງມີການເຂົ້າຮ່ວມຂອງທ່ານສາດສະດາຈານ, ດ.ຣ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.
ຖັນແຖວນັກປັນຍາຊົນຫວຽດນາມ ໃນຊຸມປີຜ່ານມາໄດ້ພັດທະນາຢ່າງວ່ອງໄວ ດ້ວຍຈຳນວນເກືອບ 5 ລ້ານຄົນ, ກວມເອົາ 12% ກຳລັງແຮງງານສັງຄົມ. ຖັນແຖວນັກປັນຍາຊົນນຳໜ້າໃນບັນດາການເຄື່ອນໄຫວວິທະຍາສາດ, ເຕັກນິກ, ວັດທະນະທຳ…. ແຕ່ວ່າ, ຖັນແຖວນັກປັນຍາຊົນຫວຽດນາມ ຍັງບໍ່ທັນເສີມຂະຫຍາຍໝົດຄວາມສາມາດບົນຊ້ອນຂອງຕົນໄດ້ເທື່ອ. ຕາມທ່ານສາດສະດາຈານ, ດ.ຣ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູງກາງແນວໂຮມປະເທດຊາດຫວຽດນາມ ແລ້ວ, ມະຕິກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກຊຸດທີ 10 ຊີ້ແຈ້ງວ່າ, ການລົງທຶນສ້າງຖັນແຖວນັກປັນຍາຊົນ ແມ່ນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ. ໃນໄລຍະຈະມາເຖິງ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະມານະພະຍາຍາມພ້ອມກັບພັກ, ລັດ ສ້າງນະໂຍບາຍຮັບໃຊ້, ໃຫ້ບຸລິມະສິດ ແລະ ເຊີດຊູຢ່າງເໝາະສົມ. ທ່ານສາດສະດາຈານ, ດ.ຣ ຫງວຽນທ້ຽນເຍີນ ກ່າວວ່າ.
“ພວກຂ້າພະເຈົ້າໄດ້ເປັນເອກະພາບກັບສະຫະສະມາຄົມບັນດາອົງການວິທະຍາສາດ, ເຕັກນິກຫວຽດນາມ ພ້ອມກັນສ້າງແຜນຮ່າງຈັດຕັ້ງ. ເວທີປາໄສຂອງນັກປັນຍາຊົນປະກອບສ່ວນພັດທະນາປະເທດຊາດ ຈະໄດ້ຮັບການປະຕິບັດເປັນປະຈຳໃນໄລຍະຈະມາເຖິງ. ທີ 2 ແມ່ນກ່ຽວກັບບົດບາດຂອງແນວໂຮມປະເທດຊາດ, ພວກຂ້າພະເຈົ້າໄດ້ຕັ້ງບັນຫາວ່າ ແນວໂຮມປະເທດຊາດແມ່ນບ່ອນຮັບຟັງຄຳເຫັນຂອງປະຊາຊົນ, ເມື່ອປະຊາຊົນຢາກປະກອບຄຳເຫັນໃຫ້ແກ່ການພັດທະນາ ກໍ່ສາມາດປະກອບຄຳເຫັນໃຫ້ອຳນາດການປົກຄອງ, ໃຫ້ພັກ, ແຕ່ເຂົ້າເຈົ້າກໍ່ຍັງສາມາດປະກອບຄຳເຫັນໂດຍກົງໃຫ້ແນວໂຮມປະເທດຊາດຫວຽດນາມ ອີກດ້ວຍ”.