ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອກໍ່ສ້າງປະເທດຊາດ

ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອກໍ່ສ້າງປະເທດຊາດ - ảnh 1
ທ່ານປະ​ທານ​​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ
(ພາບ: qdnd.vn)


(vovworld) - ກຳ​ລັງ​ແຮງ​ຂອງ​ຊາວ​ຫວຽດ​ນາມ ຢ​ູ່​ພາຍ​ໃນ​ປະ​ເທດ 93 ລ້ານ​ຄົນ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ 4,5 ລ້ານ​ຄົນ​ ພ້ອມ​ກັນ​ສາ​ມັກ​ຄີ, ແບ່ງ​ປັນ​ແຫຼ່ງ​ກຳ​ລັງ, ພູມ​ປັນ​ຍາ, ແນ່ນອນ​ວ່າ​ປະ​ເທດ​​ຊາດຈະ​ນັບ​ມື້​ນັບ​ພັດ​ທະ​ນາ. ທ່ານປະ​ທານ​​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ຄ​ື​ແນວນັ້ນ ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ລະ​ກາ 2017.

        ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ຢືນ​ຢັນ​ວ່າ, ປີ 2016, ໃນ​ສະ​ພາບ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ, ຫວຽດ​ນາມ ຍັງ​ຮັກ​ສາ​ໄດ້​ຄວາມ​ສະ​ຖຽນ​ລະ​ພາບ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ລະ​ດັບ 6,2%. ເມື່ອ​ທຽບ​ໃສ່​ເສດ​ຖະ​ກິດ​ໂລກ​ຄິດ​ສະ​ເລ່ຍ​ບັນ​ລຸ 2,6%, ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ບັນ​ລຸ 4,6%, ຜົນ​ງານ​ຂອງ​ຫວຽດ​ນາມ ແມ່ນ​ໜ້າເຄົາ​ລົບ​ນັບ​ຖື.

ຂ່າວ/ບົດ​ອື່ນ