ເສີມຂະຫຍາຍຄຸນນະທາດອັນສູງສົ່ງຂອງແມ່ຍິງໃນກຳລັງຕຳຫຼວດປະຊາຊົນ

ເສີມຂະຫຍາຍຄຸນນະທາດອັນສູງສົ່ງຂອງແມ່ຍິງໃນກຳລັງຕຳຫຼວດປະຊາຊົນ - ảnh 1
ຄະນະ​ຜູ້​ແທນ​​ແມ່ຍິງ​ຕຳຫຼວດ​ປະຊາຊົນທີ່​ດີ​ເດັ່ນທົ່ວ​ປະ​ເທດ
(ພາບ: tamguong.vn)

(vovworld) – ​ທີ່ການ​ພົບ​ປະ​ຄະນະ​ຜູ້​ແທນ​​ແມ່ຍິງ​ຕຳຫຼວດ​ປະຊາຊົນທີ່​ດີ​ເດັ່ນທົ່ວ​ປະ​ເທດ, ຕອນ​ເຊົ້າ​ວັນ​ທີ 14/5 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຜົນງານ ​ເຊິ່ງຂະ​ແໜງ​ຕຳຫຼວດ​ບັນລຸ​ໄດ້​ໃນ 70 ປີ ຜ່ານ​ມາ, ​ໄດ້ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຄວາມປອດ​ໄພ​​ໃນສັງ​ຄົມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເຊື່ອ​ໝັ້ນ​ວ່າ: ​ແມ່ຍິງ​ຕຳຫຼວດ​ປະຊາຊົນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄຸນ​ນະ​ທາດອັນ​ສູງ​ສົ່ງ​ຂອງ​ແມ່ຍິງ​ທີ່ປະຕິບັດ​ງານ ​ໃນ​ກຳລັງ​ຕຳຫຼວດ​ປະຊາຊົນ, ພິສູດ​ໃຫ້​ເຫັນ​ວ່າ: ​ແມ່ຍິງ​ສາມາດ​ເຮັດ​ທຸກ​ສິ່ງ​ທຸກຢ່າງ​ເປັນ​ຢ່າງ​ດີ ​ເມື່ອ​​ໄດ້​ຮັບ​ມອບ​ໝາຍໜ້າ​ທີ່​ຈາກ​ພັກ​, ລັດ ​​ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ