(vovworld) - ວັນທີ 13/09, ຢູ່ນະຄອນເກີນເທີ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນເກີນເທີ, ໄດ້ຈັດຕັ້ງ “ການໂອ້ລົມສົນທະນາເສີມຂະຫຍາຍບົດບາດຜູ້ດີເດັ່ນມີອິດທິພົນຊື່ສຽງໃນບັນດາຊົນເຜົ່າສ່ວນໜ້ອຍເຂດຕາເວັນຕົກພາກໃຕ້ ໃນການເຕົ້າໂຮມ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ຖືວ່າ.
“ຜ່ານກອງປະຊຸມໃນມື້ນີ້, ບັນດາຜູ້ດີເດັ່ນເປັນຕົວແທນໃຫ້ບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດຕາເວັນຕົກພາກໃຕ້, ໄດ້ແລກປ່ຽນ ແລະ ຮັບຟັງຄຳເຫັນຕົວຈິງ, ຖອດຖອນໄດ້ບົດຮຽນທີ່ດີ, ບັນດາຮູບແບບເສີມຂະຫຍາຍບົດບາດຂອງປະຊາຊົນບັນດາເຜົ່າຢູ່ເຂດໂຮມຊົນເຜົ່າ ແລະ ເຂດມີຊາວເຜົ່າສ່ວນໜ້ອຍ. ຫວັງວ່າ, ພາຍຫຼັງກອງປະຊຸມນີ້, ບັນດາຜູ້ທີ່ເຂົ້າຮ່ວມຈະເຫັນວ່າຕົນເອງມີບົດຮຽນຫຼາຍກວ່າ ແລະ ຕັດສິນໃຈປະກອບສ່ວນໃຫ້ແກ່ການເສີມຂະຫຍາຍບົດບາດຂອງປະຊາຊົນບັນດາເຜົ່າ, ໃຫ້ແກ່ພາລະກິດສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫຼາຍກວ່າອີກ”.