ເສີ່ມເຊີນ ມຸ່ງໄປເຖິງ ປີທ່ອງທ່ຽວແຫ່ງຊາດ 2015

ເສີ່ມເຊີນ ມຸ່ງໄປເຖິງ ປີທ່ອງທ່ຽວແຫ່ງຊາດ 2015 - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 01/05, ຢູ່​ເທດສະບານ​ທະ​ເລ ​ເສີ່ມ​ເຊີນ ​ໄດ້​ຈັດ​ພິທີ​ໄຂ​ລະ​ດູ​ຮ້ອນ​ທ່ອງທ່ຽວດ້ວຍ​ຫົວ​ຂໍ້ວ່າ “ສັບ​ປະດາ​ວັດທະນະທຳ​ທ່ອງ​ທ່ຽວ​​ເສີ່ມ​​ເຊີນ 2014” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​​ແຂກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ໝື່ນໆ​ຄົນ. ນີ້​ຖືກ​​ຖື​ວ່າ​ແມ່ນ​ການ​ເຄື່ອນ​ໄຫວ​ບານພັບມຸ່ງ​ໄປ​ເຖິງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ເຊິ່ງ​ຈະຈັດ​ຂຶ້ນ​ຢູ່​ແທງ​ຮ໋ວາ ​ໃນ​ປີ 2015. ​ໃນ​ຄໍ່າ​ຄືນ​ໄຂ​ງານ​ບຸນ, ມີ​ລາຍ​ການສະ​ແດງ​ສິລະ​ປະ​ຕ່າງໆທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ຈຸດ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແທງ​ຮ໋ວາ. ພາຍຫຼັງ​ລາຍການ​ສະ​ແດງ​ສິລະ​ປະ​ຟ້ອນ​ລຳ​ທຳ​ເພງຂອງບັນດາ​ຄະນະ​ສິລະ​ປະ ​ແມ່ນ​ການ​ຍິງ​ບັ້ງ​ໄຟ​ດອກ​ຄຳນັບຮັບ​ຕ້ອນ​ງານ​ບຸນ​ໃນ​ເວລາ 15 ນາທີ. ນອກຈາກ​ພິທີ​​ໄຂ​ງານ​ບຸນ​ຄື​ທຳ​ມະ​ດາ, ຢູ່​ເທດສະບານ ​ເສີ່ມ​ເຊີນ ຍັງຈັດ​ຕັ້ງ​ການແຂ່ງ​ຂັນກິລາຕ່າງໆ​ຄື: ດອກ​ປິກ​ໄກ່, ປິ່ງ​ປ່ອງ, ກິ​ເລ​ບົນ​ທະ​ເລ... ພ້ອມ​ກັບ​ບັນດາ​ງານ​ບູນທີ່​ເປັນ​ມູນ​ເຊື້ອ​ອື່ນໆ​ອີກ.

        ປີ 2014, ​ເສີ່ມ​ເຊີນ ສູ້​ຊົນ​ຈະ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ໃຫ້​ໄດ້ 2,75 ລ້ານ​ເທື່ອ​ຄົນ, ຮັບ​ໃຊ້​ການ​ກິນການ​ຢູ່​ໃຫ້ນັກ​ທ່ອງ​ທ່ຽວ 4,8 ລ້ານ​ເທື່ອ​ຄົນ/ວັນ; ສ້າງລາຍ​ຮັບ 1.500 ຕື້​ດົງ. ປະຈຸ​ບັນ, ​ເທດ​ສະບານພວມ​ຍົກ​ສູງຄຸນະພາບ​ການ​ບໍລິການ​ທ່ອງ​ທ່ຽວ; ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການທ່ອງ​ທ່ຽວສີວິ​ໄລ, ​ໃກ້ຊິດ​ສະໜິດສະໜົມ; ລົງທຶນ​ຢ່າງ​ມີ​ຈຸດ​ສຸມ​ໃນ​ການ​ກໍ່ສ້າງບັນດາ​ເສັ້ນທາງ​ກິດຈະກຳ, ສະຫວັດ​ດີກາ​ນສັງຄົມ...

ຂ່າວ/ບົດ​ອື່ນ