ເຫດຍິງປືນຢູ່ Las Vegas: ໜຶ່ງໃນບັນດາຜູ້ຖືກເສຍຊີວິດ, ມີແມ່ຍິງຄົນໜຶ່ງຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ

(VOVWORLD) -  ເມື່ອມີສຽງປືນດັງຂຶ້ນ, ນາງ Michelle ຫວໍ ໄດ້ລົ້ມລົງຍ້ອນຖືກລູກປືນ. ທ່ານ Kody ແລະ ຫຼາຍຄົນອື່ນໆ ໄດ້ນຳຕົວນາງ Michelle ຫວໍ ອອກຈາກສະຖານທີ່ເກີດເຫດ ແລະ ໄດ້ປະຖົມພະຍາບານແລ້ວ ນຳສົ່ງນາງໄປໂຮງໝໍ
ເຫດຍິງປືນຢູ່ Las Vegas: ໜຶ່ງໃນບັນດາຜູ້ຖືກເສຍຊີວິດ, ມີແມ່ຍິງຄົນໜຶ່ງຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ - ảnh 1ນາງ Michelle ຫວໍ, ອາຍຸ 32 ປີ (ພາບ: NBC)

ໃນຈຳນວນ 59 ຄົນທີ່ເສຍຊີວິດໃນເຫດຍິງປືນຢູ່ນະຄອນ Las Vegas, ລັດ Nevada, ປະເທດ ອາເມລິກາ ໃນຕອນຄ່ຳວັນທີ 1 ຕຸລາ, ມີແມ່ຍິງຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ ທີ່ມີຊື່ວ່າ Michelle ຫວໍ, ອາຍຸ 32 ປີ, ເຊິ່ງແມ່ນພົນລະເມືອງຂອງນະຄອນນີ້. ສື່ເອເລັກໂຕນິກ Columbus Dispatch ໄດ້ຄັດສະເໜີຄຳເວົ້າຂອງຜູ້ເຫັນເຫດການນັ້ນແມ່ນທ່ານ Kody Robertson, ເຊິ່ງແມ່ນຜູ້ພ້ອມກັບນາງ Michelle ຫວໍ ເຂົ້າຮ່ວມລາຍການດົນຕີໃນຄ່ຳຄືນນັ້ນ, ໃຫ້ຮູ້ວ່າ: ເມື່ອມີສຽງປືນດັງຂຶ້ນ, ນາງ Michelle ຫວໍ ໄດ້ລົ້ມລົງຍ້ອນຖືກລູກປືນ. ທ່ານ Kody ແລະ ຫຼາຍຄົນອື່ນໆ ໄດ້ນຳຕົວນາງ Michelle ຫວໍ ອອກຈາກສະຖານທີ່ເກີດເຫດ ແລະ ໄດ້ປະຖົມພະຍາບານແລ້ວ ນຳສົ່ງນາງໄປໂຮງໝໍ, ແຕ່ເຖິງຢ່າງໃດກໍ່ຕາມຮອດເວລາປະມານ 2 ໂມງຕອນປ່າຍວັນທີ 2 ຕຸລາ, ທ່ານ Kody ໄດ້ຮັບຂ່າວວ່ານາງ Michelle ຫວໍ ໄດ້ເສຍຊີວິດແລ້ວ

        ດ້ວຍຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບເກືອບ 600 ຄົນ, ເຫດຍິງປືນຢູ່ໂຮງແຮມ ແລະ Casino Mandalay Bay ແມ່ນເຫດຍິງປືນນອງເລືອດທີ່ສຸດໃນປະຫວັດສາດ ອາເມລິກາ. ຕາມບັນດາເຈົ້າໜ້າທີ່ໂຮງໝໍແລ້ວ, ມາຮອດປະຈຸບັນ, ຍັງມີຢ່າງໜ້ອຍສຸດ 45 ຄົນພວມຢູ່ໃນອາການຮຸນແຮງພາຍຫຼັງຖືກຮັບບາດເຈັບໃນເຫດຍິງປືນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ