ຕຳຫລວດ ຊີນຈຽງ ປ້ອງກັນບໍລິເວນເກີດເຫດ
ພາບ:Reuters
|
(vovworld)- ວັນທີ 3/8, ເຈົ້າຫນ້າທີ່ໃຫ້ຮູ້ວ່າ: ມີສາມັນຊົນ 37 ຄົນຖືກເສຍຊີວິດ ແລະ ອີກ 13 ຄົນຖືກບາດເຈັບໃນເຫດບຸກໂຈມຕີທີ່ເກີດຂຶ້ນໃນຕອນເຊົ້າວັນທີ 28/7 ຢູ່ເທດສະບານ ຊາຈີ ຂຶ້ນກັບເຂດປົກຄອງດ້ວຍຕົນເອງ ຊີນຈຽງ ປະເທດຈີນ . ເຫດບຸກໂຈມຕີດັ່ງກ່າວເກີດຂຶ້ນເມື່ອມີກຸ່ມຄົນຫນຶ່ງໄດ້ນຳໃຊ້ມີດ ບຸກໂຈມຕີປ້ອມຕຳຫລວດ ແລະ ຫ້້ອງການປົກຄອງບ້ານ ອີລີກກູ. ຫລັງຈາກນັ້ນ ຜູ້ບຸກໂຈມຕີຈຳນວນຫນຶ່ງສືບຕໍ່ໄປຍັງບ້ານ ຮວາງດີ ບຸກໂຈມຕີປະຊາຊົນ ແລະ ມ້າງທຳລາຍພາຫະນະສັນຈອນ 31 ຄັນ. ອຳນາດການປົກຄອງທ້ອງຖິ່ນໃຫ້ຮູ້ວ່າ: ຕຳຫລວດໄດ້ດັບສູນພວກກໍ່ການຮ້າຍ 59 ຄົນ ແລະ ອີກ 215 ຄົນຖືກຈັບຄຸ້ມຂັງ.