ເຫດບຸກໂຈມຕີທາງອາກາດໃສ່ໂບດອິດສະລາມແຫ່ງໜຶ່ງຢູ່ຊີຣີເຮັດໃຫ້ມີຜູ້ເສຍຊີວິດນັບສີບໆຄົນ

ເຫດບຸກໂຈມຕີທາງອາກາດໃສ່ໂບດອິດສະລາມແຫ່ງໜຶ່ງຢູ່ຊີຣີເຮັດໃຫ້ມີຜູ້ເສຍຊີວິດນັບສີບໆຄົນ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ​ຢ່າງ​ໜ້ອຍ​ສຸດ​​ກໍ່ມີ 42 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ຫຼຼາຍ​ຄົນ​​ໄດ້ຮັບ​ບາດ​ເຈັບ ໃນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ໃສ່​ໂບດອິ​ດ​ສະ​ລາມ​ແຫ່ງ​ໜຶ່ງ​ຢູ່​​ພາກ​ເໜືອ​ຊີ​ຣີ ໃນ​ຄ່ຳ​ຄືນ​ວັນ​ທີ 16/03. ຕາມ​ຫົວ​ໜ້າ​ອົງ​ການ​ຕິດ​ຕາມ​ກວດ​ກາສິດ​ທິ​ມະ​ນຸດ​ຊີ​ຣີ (SOHR) ທ່ານ Abdel Rahman ແລ້ວ, ມີ​ເຮືອ​ບິ​ນ​ສູ້​ຮົບ​ຈຳ​ນວນ​ໜຶ່ງ​ໄດ້​ບຸກ​ໂຈມ​ຕ​ີ​ໃສ່ໂບດ​ອິ​ດ​ສະ​ລາມ​ແຫ່ງ​ໜຶ່ງ ຢູ່​ບ້ານ Al Jineh, ເຊິ່ງ​ຫ່າງ​ຈາກ​ນະ​ຄອ​ນ Aleppo ໄປ​ທາງທິດ​ຕາ​ເວັນ​ຕົກ​ກວ່າ 30 ກມ. ບັນ​ດາ​ເຫດ​ບຸກ​ໂຈ​ມ​ຕີ​​ດັ່ງ​ກ່າວ​ໄດ້ເກ​ີດ​ຂຶ້ນ​​ກົງ​ກັບ​ເວ​ລາ​ສວດ​ມົນ​ຍາມ​ກາງ​ຄື​ນ. ຫົວ​ໜ້າ SOHR ຢັ້ງ​ຢືນ​ວ່າ, ມ​ີກວ່າ 100 ຄົນ​ຖືກ​ຮັບ​ບາດ​ເຈັບ, ມີ​ຫຼາຍ​ຄົນ​ໃນ​ຈຳ​ນວນນັ້ນ ຍັງ​ຖືກ​ຕິດ​ຄ້າງ​ໃນ​ເຮືອນ​ຖືກ​ພັງ​ທະ​ລາຍ. ບ້ານ​ດັ່ງ​ກ່າວ​ຖືກ​ພວກລຸກ​ຮື້​ຂຶ້ນ ແລະ ບັນ​ດາ​ກຸ່ມ​ຊາວ​ມຸດ​ສະ​ລິມ​ຄວບ​ຄຸມ.

ຂ່າວ/ບົດ​ອື່ນ