ເຫດມີສາກສົບ 39 ສົບໃນລົດຕູ້ container ຢູ່ອັງກິດ: ຄົນຂັບລົດ Maurice Robinson ໄດ້ປະກົດຕົວຢູ່ສານ ຜ່ານວິດີໂອໂດຍກົງທາງເຄືອຂ່າຍອິນເຕີເນັດ

(VOVWORLD) -   ຕອນບ່າຍວັນທີ 28 ຕຸລາ (ຕາມເວລາ) ທ້ອງຖິ່ນ, ທ້າວ Maurice Robinson, ອາຍຸ 25 ປີ - ເຊິ່ງເປັນຄົນຂັບລົດຕູ້ container ແຊ່ເຢັນ ໃນນັ້ນມີສາກສົບ 39 ສົບ ໂດຍໄດ້ພົບເຫັນຢູ່ລັດ Essex, ປະເທດອັງກິດນັ້ນ ໄດ້ປະກົດຕົວຢູ່ສານອາຍາສານຂັ້ນຕົ້ນ Chelmsford ຜ່ານທາງວີດີໂອໂດຍກົງທາງເຄືອຂ່າຍອິນເຕີເນັດ.
ເຫດມີສາກສົບ 39 ສົບໃນລົດຕູ້ container ຢູ່ອັງກິດ: ຄົນຂັບລົດ Maurice Robinson ໄດ້ປະກົດຕົວຢູ່ສານ ຜ່ານວິດີໂອໂດຍກົງທາງເຄືອຂ່າຍອິນເຕີເນັດ - ảnh 1ທ້າວ Maurice Robinson, ອາຍຸ 25 ປີ - ເຊິ່ງເປັນຄົນຂັບລົດຕູ້ container ແຊ່ເຢັນ ໃນນັ້ນມີສາກສົບ 39 ສົບ ໂດຍໄດ້ພົບເຫັນຢູ່ລັດ Essex, ປະເທດອັງກິດ(ພາບ: TTXVN)

ພາຍຫຼັງການຢັ້ງຢືນລາຍຊື່, ທີ່ຢູ່ ແລະ ສັນຊາດ, ຜູ້ພິພາກສາປະທານກອງປະຊຸມສານ ໄດ້ປະກາດຄໍາກ່າວຫາວ່າ Maurice Robinson ລະເມີດບັນດາຂໍ້ຫາເຊິ່ງລວມມີ ຂ້າຄົນຕາຍໂດຍບໍ່ຕັ້ງໃຈ, ການຄ້າມະນຸດ, ຈັດສົ່ງຊາວເຂົ້າເມືອງຢ່າງຜິດກົດໝາຍ ແລະ ຟອກເງິນ. ຜູ້ພິພາກສາ ກໍແຈ້ງໃຫ້ຊາບ ກ່ຽວກັບ ວັນເວລາຂຶ້ນສານຄັ້ງຕໍ່ໄປຂອງ Maurice Robinson ແມ່ນວັນທີ 25 ພະຈິກ ຢູ່ Old Bailey, ນະຄອນຫຼວງລອນດອນ.

        ປັດຈຸບັນ, ຕໍາຫຼວດອັງກິດ ຍັງຄົງດໍາເນີນການສັນລະສູດ, ຢ້ັງຢືນ ແລະ ກໍານົດຊື່ນາມສະກຸນຂອງຜູ້ປະສົບເຄາະຮ້າຍ 39 ຄົນນັ້ນ. ຕາມຕໍາຫຼວດຂອງ ລັດ Essex ແລ້ວ, ຂັ້ນຕອນຢັ້ງຢືນຊື່ດັ່ງກ່າວ ຕ້ອງໃຊ້ເວລາປະມານ 1 ອາທິດ, ຊໍ້າບໍ່ໜໍາອາດຈະແກ່ຍາວໄປອີກ.

        ແລະ ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຂຽນປື້ມໄວ້ອາໄລ ສະແດງຄວາມເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍ 39 ຄົນດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ