ເຫດວາງລະເບີດທີ່ໄດ້ ກໍ່ຜົນເສຍຫາຍ ຢ່າງໜັກ ຢູ່ ນະຄອນຫຼວງ Damas ຂອງຊີຣີ
ສະຖານທີ່ເກີດເຫດວາງລະເບີດທີ່ໄດ້ ກໍ່ຜົນເສຍຫາຍ ຢ່າງໜັກ ຢູ່ ນະຄອນຫຼວງ Damas ຂອງຊີຣີ (ພາບ: internet)
|
Vovworld- ຈຳນວນຜູ້ເສຍຊີວິດໃນເຫດວາງລະເບີດດ້ວຍລົດໂອໂຕທີ່ແນໃສ່ສຳນັກງານຂອງພັກບາອາດກຳອຳຍາດ ແລະ ບໍລິເວນມໍ່ກັບສະຖານທູດລັດເຊຍຢູ່ນະຄອນຫຼວງ Damas ຂອງຊີຣີ ເມື່ອວັນທີ 21/2 ໄດ້ຂຶ້ນເຖິງ 53 ຄົນ ແລະ ອີກ 237 ຄົນໄດ້ຮັບບາດເຈັບ, ໃນນັ້ນສ່ວນຫຼາຍແມ່ນສາມັນຊົນ. ທ່ານລັດຖະມົນຕີການຕ່າງປະເທດຊີຣີຢືນຢັນວ່າ ນີ້ແມ່ນເຫດວາງລະເບີດແບບກໍ່ການຮ້າຍໂດຍບັນດາກຸ່ມກໍ່ການຮ້າຍທີ່ກ່ຽວຂ້ອງເຖິງ ອານກີດາປະຕິບັດ. ສະຖານີໂທລະພາບແຫ່ງຊາດຊີຣີໄດ້ແຜ່ພາບກ່ຽວກັບການນຳເອົາຊາກສົບຜູ້ເສຍຊີວິດ ແລະ ຜູ້ຮັບບາດເຈັບອອກຈາກສະຖານທີ່ເກີດເຫດ. ສ່ວນລັດຖະບານລັດເຊຍ, ໃນທັນທີ່ ກໍໄດ້ກ່່າວປະນາມເຫດບຸກໂຈມຕີດັ່ງກ່າວຢູ່ Damascus ແລະ ຮຽກຮ້ອງໃຫ້ບັນດາປະເທດມີຜົນສະທ້ອນຕໍ່ອິດທິກຳລັງຫົວຮຸນແຮງຢູ່ຊີຣີ, ທ່ວງໃຫ້ຢຸດຕິບັນດາການເຄື່ອນໄຫວຄ້າຍຄືດັ່ງວກ່າວ. ເຫດບຸກໂຈມຕີດັ່ງກ່າວໄດ້ເກີດຂຶ້ນໃນສະພາວະທີ່ພັນທະພາບແຫ່ງຊາດຊີຣີຝ່າຍຄ້າຍພວມດຳເນີນການປະຊຸມຢູ່ນະຄອນຫຼວງກາຍໂຣເປັນເວລາ 2 ວັນ ເພື່ອປຶກສາຫາລືກ່ຽວກັບຂໍ້ສະເໜີຂອງປະທານ Ahmed Moaz al-Khatib ຢາກສົນທະນາຫາລືໂດຍກົງກັບອຳນາດການປົກຄອງ Bashar al-Assad.