ບັນດາມືປືນ Boko Haram
(ພາບ: AP)
(vovworld) – ວັນທີ 25/01, ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 25 ຄົນ ແລະ ຜູ້ົໄດ້ຮັບບາດເຈັບຈຳນວນໜຶ່ງໃນບັນດາເຫດວາງລະເບີດສະຫລະຊີບຢູ່ໝູ່ບ້ານໜຶ່ງໃນເຂດ Far North ຂອງ ກາເມີຣຸນ. ນີ້ໄດ້ຮັບຖືວ່າ: ແມ່ນບັນດາເຫດບຸກໂຈມຕີນອງເລືອດທີ່ສຸດໃນບັນດາເຫດວາງລະເບີດມໍ່ໆມານີ້ ເຂດທີ່ເຄີຍກາຍເປັນເປົ້າໝາຍຂອງພວກກະບົດອິດສະລາມ Boko Haram. ເມື່ອແລກປ່ຽນກັບວົງການນັກຂ່າວ, ເຈົ້າໜ້າທີ່ທ້ອງຖິ່ນຜູ້ໜຶ່ງທີ່ບໍ່ເຜີຍຊື່ໃຫ້ຮູ້ວ່າ: ມີຜູ້ວາງລະເບີດສະຫລະຊີບ 2 ຄົນໄດ້ວາງລະເບີດຢູ່ຕະຫລາດໃຈກາງ Bodo, ໃນຂະນະນັ້ນອີກ 2 ຄົນທີ່ຍັງເຫຼືອ ໄດ້ບຸກໂຈມຕີຢູ່ທາງເຂົ້າ - ອອກຕົ້ນຕໍຂອງເທດສະບານດັ່ງກ່າວ. ປະຈຸບັນ ຍັງບໍ່ທັນມີກຸ່ມໃດຍອມຮັບໄດ້ດຳເນີນເຫດບຸກໂຈມຕີດັ່ງກ່າວເທື່ອ. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ກາເມີຣຸນ ສົງໄສວ່າ ພວກກະບົດອິດສະລາມ Boko Haram ໄດ້ໜູນຫລັງເຫດການນີ້.