ສະຖານທີ່ເກີດເຫດ
(ພາບ: AFP/TTXVN)
|
(vovworld) – ສື່ມວນຊົນແຫ່ງລັດ ຊີຣີ ໃຫ້ຂ່າວເມື່ອວັນທີ 26/1 ກ່ຽວກັບເຫດການວາງລະເບີດສະຫຼະຊີບ 2 ຄັ້ງໃນພາບດຽວແນໃສ່ດ່ານກວດກາຂອງກອງທັບປະເທດນີ້ຢູ່ແຂວງ Homs, ພາກກາງ ຊີຣີ, ເຮັດໃຫ້ຢ່າງໜ້ອຍສຸດມີ 22 ຄົນເສຍຊີວິດ ແລະ ກ່ວາ 100 ຄົນຮັບບາດເຈັບ. ເຈົ້າແຂວງແຂວງ Homs, ທ່ານ Talal Barazi ໃຫ້ຮູ້ວ່າ: ຜູ້ວາງລະເບີດສະຫຼະຊີບໄດ້ຈອດລົດຢູ່ດ່ານກວດກາຂອງທະຫານຢູ່ເມືອງ Al – Zahraa. ຕາມອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ແລ້ວ, ໃນຈຳນວນຜູ້ເສຍຊີວິດດັ່ງກ່າວມີ 13 ຄົນແມ່ນທະຫານລັດຖະບານ. ເມືອງ Al – Zahraa ຂຶ້ນກັບແຂວງ Homs ຍາມໃດກໍແມ່ນເປົ້າໝາຍຂອງການວາງລະເບີດຫຼາຍຄັ້ງ, ໃນນັ້ນຕ້ອງເວົ້າເຖິງເຫດການເກີດຂຶ້ນເມື່ອທ້າຍເດືອນ 12/2015, ອັນໄດ້ເຮັດໃຫ້ 19 ຄົນເສຍຊີວິດ. ກຸ່ມລັດອິດສະລາມ (IS) ອ້າງຊື່ເອງເຄີຍຖະແຫຼງດຳເນີນບັນດາການບຸກໂຈມຕີຢູ່ເມືອງນີ້.