ເຫດວາງລະເບີດໃນຊາຍແດນ ຕວກກີ ແລະ ຊີຣີ
(ພາບ: detroinews)
(vovworld) - ມີຜູ້ເສຍຊີວິດຢ່າງໜ້ອຍສຸດແມ່ນ 43 ຄົນ ແລະ ຜູ້ຮັບບາດເຈັບກ່ວາ 100 ຄົນໃນບັນດາເຫດວາງລະເບີດຢ່າງຕໍ່ເນື່ອງເມື່ອວັນທີ 11/5, ຢູ່ນະຄອນ Reyhanli, ແຂວງ Hatay, ທາງພາກໃຕ້ປະເທດ ຕວກກີ, ໃກ້ກັບຊາຍແດນ ຊີຣີ. ນີ້ແມ່ນເຫດການວາງລະເບີດນອງເລືອດທີ່ສຸດໃນ 2 ປີຜ່ານມາຢູ່ຕວກກີ. ລັດຖະມົນຕີກະຊວງພາຍໃນຕວກກີ ທ່ານ Muammer Guler ໃຫ້ຮູ້ວ່າ: ບັນດາການລະເບີດໄດ້ຖືກຢືນຢັນວ່າແມ່ນລະເບີດຈາກລົດໂອໂຕ 2 ຄັນທີ່ບັນຈຸລູກລະເບີດ. ແຫລ່ງຂ່າວໃນເບື້ອງຕົ້ນໃຫ້ຮູ້ວ່າ: ໄດ້ເກີດເຫດວາງລະເບີດ 4 ຄັ້ງຢູ່ໃກ້ກັບຕຶກອາຄານອຳນາດການປົກຄອງ ແລະ ບັນດາໂຮງໄປສະນີຢູ່ນະຄອນ Reyhanli. ພາຍຫຼັງເຫດວາງລະເບີດ, ປະຊາຊົນທ້ອງຖິ່ນໄດ້ມີການປະທະກັນກັບຜູ້ລີ້ໄພ ຊີຣີ ເຮັດໃຫ້ຕຳຫຼວດຕ້ອງເຂົ້າຮ່ວມ. ທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Ahmet Davutoglu ໄດ້ກ່າວປະມານບັນດາເຫດວາງລະເບີດ, ຖືວ່ານີ້ແມ່ນການກະທຳ “ເກາະຜິດ” ເພື່ອແນໃສ່ທຳລາຍສັນຕິພາບຢູ່ ຕວກກີ. ຄວາມເຄັ່ງຕຶງຢູ່ເຂດນີ້ໄດ້ເລີ່ມເພີ່ມຂຶ້ນໃນ 2, 3 ອາທິດຜ່ານມາ ເມື່ອເກີດບັນດາການປະທະກັນລະຫວ່າງຜູ້ລີ້ໄພ ຊີຣີ ແລະ ບັນດາຊາວໜຸ່ມ ຕວກກີ. ຕວກກີ ພວມປະເຊີນໜ້າກັບກະແສຝ້ອງຜູ້ລີ້ໄພນັບມື້ນັບເພີ່ມຂຶ້ນຢູ່ປະເທດບ້ານໃກ້ຄຽງ ຊີຣີ ເມື່ອວິກິດການແກ່ຍາວກ່ວາ 2 ປີຜ່ານມາຢູ່ ຊີຣີ ພວມມີການຜັນແປ່ທີ່ໜັກໜ່ວງ.