ເຫດອາຄານ 7 ຊັ້ນຖືກພັງທະລາຍຢູ່ ກຳປູເຈຍ ໄດ້ເຮັດໃຫ້ 23 ຄົນຖືກເສຍຊີວິດ

(VOVWORLD) -ຕອນເຊົ້າວັນທີ 5 ມັງກອນ, ອຳນາດການປົກຄອງແຂວງ ແກບ ປະເທດ ກຳປູເຈຍ ໄດ້ປະກາດຢ່າງເປັນທາງການວ່າ ໃນເຫດອາຄານ 7 ຊັ້ນຖືກພັງທະລາຍຢູ່ ນະຄອນ ແກບ  ກຳລັງກູ້ໄພກູ້ຊີບຄົ້ນຫາຜູ້ປະສົບເຄາະຮ້າຍໄດ້  48 ຄົນ ໃນນັ້ນ 23 ຄົນຖືກເສຍຊີວິດ, ຈຳນວນຍັງເຫລືອພວມໄດ້ປິ່ນປົວຢູ່ໂຮງໝໍ.

ປະຈຸບັນ ລັດຖະບານກຳປູເຈຍ ຍັງຄົງສືບຕໍ່ຄົ້ນຫາບັນດາຜູ້ປະສົບເຄາະຮ້າຍຍັງຖືກທັບຖົມຢູ່ໃຕ້ຊາກຫັກພັງ. ພາຍຫລັງເກີດເຫດ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen, ທ່ານຮອງນາຍົກລັດຖະມົນຕີ Chea Sophara ພ້ອມກັບເຈົ້າຫນ້າທີ່ຂັ້ນສູງຫລາຍທ່ານ ໄດ້ລົງບ່ອນເກີດເຫດເພື່ອຊີ້ນຳໂດຍກົງການກູ້ໄພກູ້ຊີບ ແລະຢື້ຢາມຖາມຂ່າວບັນດາຜູ້ປະສົບເຄາະຮ້າຍ. ກ່ອນຫນ້ານັ້ນ ໃນເດືອນມີຖຸນາ ປີ 2019 ກໍ່ໄດ້ເກີດເຫດອາຄານ 7 ຊັ້ນພວມກໍ່ສ້າງຢູ່ ນະຄອນ Sihanoukville ທາງທິດໃຕ້ກຳປູເຈຍ ຖືກພັງທະລາຍ ເຮັດໃຫ້ 50 ຄົນຖືກລົ້ມຫາຍຕາຍຈາກ.

ຕອບກັບ

ຂ່າວ/ບົດ​ອື່ນ