(VOVWORLD) -ອົງການການບິນພົນລະເຮືອນອີຣານ ຖະແຫຼງວ່າ, ຈະບໍ່ມອບບັນດາຫີບດຳທີ່ຊອກໄດ້ຂອງເຮືອບິນ Boeing 737 ຂອງຢູແກຼນ ຕົກໃນຕອນເຊົ້າວັນດຽວກັນໃຫ້ອາເມລິກາ
ເຮືອບິນ Boeing 737 ຂອງຢູແກຼນ ຕົກ
(ພາບ: AFP/TTXVN)
|
ວັນທີ 08 ມັງກອນ, ອົງການການບິນພົນລະເຮືອນອີຣານ ຖະແຫຼງວ່າ, ຈະບໍ່ມອບບັນດາຫີບດຳທີ່ຊອກໄດ້ຂອງເຮືອບິນ Boeing 737 ຂອງຢູແກຼນ ຕົກໃນຕອນເຊົ້າວັນດຽວກັນໃຫ້ອາເມລິກາ ເຊິ່ງເຮັດໃຫ້ຜູ້ໂດຍສານ 176 ຄົນ ແລະ ຈຸບິນເສຍຊີວິດ ທັງໝົດ. ທ່ານ Ali Abedzadeh, ຜູ້ອຳນວຍການໃຫຍ່ອົງການການບິນພົນລະເຮືອນອີຣານ ໃຫ້ຮູ້ວ່າ, ຕາມຂໍ້ກຳນົດຂອງການບິນສາກົນ, ເຮືອບິນຕົກຢູ່ປະເທດໃດ ແມ່ນປະເທດນັ້ນມີສິດດຳເນີນການສືບສວນ. ສະນັ້ນ, ອົງການດັ່ງກ່າວ ຈະດຳເນີນການສືບສວນກ່ຽວກັບອຸບັດຕິເຫດດັ່ງກ່າວ, ແຕ່ຢູແກຼນ ສາມາດເຂົ້າຮ່ວມວິວັດການສືບສວນນີ້ໄດ້.