ເຫດເຮືອບິນຂົນສົ່ງຜູ້ໂດຍສານຢູແກຼນຕົກຢູ່ອີຣານ: ກີແອັບຮຽກຮ້ອງ “ການໜູນຊ່ວຍໂດຍບໍ່ມີເງື່ອນໄຂ” ໃນການສືບສວນ

(VOVWORLD) -ການຜັນແປ ກໍຄືສາຍເຫດເກີດອຸບັດຕິເຫດຍັງອີງໃສ່ໝາກຜົນການສືບສວນຂອງບັນດານັກຊ່ຽວຊານ.

ເຫດເຮືອບິນຂົນສົ່ງຜູ້ໂດຍສານຢູແກຼນຕົກຢູ່ອີຣານ: ກີແອັບຮຽກຮ້ອງ “ການໜູນຊ່ວຍໂດຍບໍ່ມີເງື່ອນໄຂ” ໃນການສືບສວນ - ảnh 1 ເຫດເຮືອບິນຂົນສົ່ງຜູ້ໂດຍສານຢູແກຼນຕົກຢູ່ອີຣານ

(ພາບ: IRNA/TTXVN)

ວັນທີ 09 ມັງກອນ, ຢູແກຼນ ໄດ້ຮຽກຮ້ອງ “ການໜູນຊ່ວຍໂດຍບໍ່ມີເງື່ອນໄຂ” ທີ່ສະຫງວນໃຫ້ບັນດານັກສືບສວນຂອງປະເທດນີ້ ສຳລັບເຫດເຮືອບິນຂົນສົ່ງຜູ້ໂດຍສານຂອງບໍລິສັດການບິນສາກົນຢູແກຼນ (UIA) ຕົກຢູ່ອີຣານ, ເຊິ່ງສື່ມວນຊົນອາເມລິກາ ຖືວ່າເຮືອບິນ ຕົກນັ້ນແມ່ນຍ້ອນຖືກລູກສອນໄຟຍິງຜິດ. ກ່າວຄຳເຫັນທີ່ກອງປະຊຸມຂອງສະຫະປະຊາຊາດຢູ່ນິວຢອກ, ທ່ານຮອງລັດຖະມົນຕີການຕ່າງປະເທດຢູແກຼນ Sergiy Kyslytsya ເນັ້ນໜັກວ່າ: “ບັນດາລາຍລະອຽດຂອງໄພພິບັດນີ້ຍັງບໍ່ທັນຈະແຈ້ງເທື່ອ. ການຜັນແປ ກໍຄືສາຍເຫດເກີດອຸບັດຕິເຫດຍັງອີງໃສ່ໝາກຜົນການສືບສວນຂອງບັນດານັກຊ່ຽວຊານ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ບັນດານັກຊ່ຽວຊານຂອງພວກຂ້າພະເຈົ້າຕ້ອງໄດ້ຮັບການໜູນຊ່ວຍໂດຍບໍ່ມີເງື່ອນໄຂໃດທັງໝົດ”.

          ໃນວັນດຽວກັນ, ທ່ານ Farhad Parvaresh, ຜູ້ຕາງໜ້າຂອງອີຣານ ຢູ່ອົງການການບິນພົນລະເຮືອນສາກົນ ໃຫ້ຮູ້ວ່າ, ເຕເຮຣານ ໄດ້ເຊື້ອເຊີນຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດອາເມລິກາ (NTSB) ເຂົ້າຮ່ວມການສືບສວນໃນເຫດການເຮືອບິນຂອງບໍລິສັດການບິນ UIA ຕົກຢ່າງເປັນທາງການ ແລະ ອົງການນີ້ໄດ້ເຫັນດີຈັດສົ່ງນັກສືບສວນເຂົ້າຮ່ວມ. ນອກຈາກນັ້ນ, ອີຣານ ກໍ່ໄດ້ແຈ້ງໃຫ້ບັນດາປະເທດອື່ນຊາບ, ໃນນັ້ນມີຢູແກຼນ ແລະ ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ